ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນ ບໍ່ພຽງແຕ່ໂອກາດ ຫາກແມ່ນຄວາມຮັບຜິດຊອບຂອງແຕ່ລະວິສາຫະກິດ
ກ່າວຄຳເຫັນໃນເວທີປາໄສ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກໃຫ້ເຫັນບັນດາຂໍ້ຈຳກັດທີ່ຕ້ອງແກ້ໄຂເພື່ອຮັບປະກັນການພັດທະນາຢ່າງໝັ້ນຄົງເຂັ້ມແຂງຂອງເຕັກໂນໂລຢີດີຈີຕອນ ແລະ ວິສາຫະກິດເຕັກໂນໂລຢີດີຈີຕອນແຫ່ງຊາດ. ທ່ານເລຂາທິການໃຫຍ່ກໍຮຽກຮ້ອງ, ສ້າງຕັ້ງ ແລະ ພັດທະນາບັນດາຂົງເຂດເສດຖະກິດດີຈີຕອນຄື ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນເທື່ອລະກ້າວ.
“ຍົກສູງກຳລັງຄວາມສາມາດ ແລະ ທີ່ຕັ້ງແກ້ງແຍ້ງທົ່ວໂລກ. ສູ້ຊົນເພື່ອກາຍເປັນສູນອຸດສາຫະກຳເຕັກໂນໂລຢີດີຈີຕອນຂອງພາກພື້ນ ແລະ ໃນໂລກ ຮອດປີ 2030 ນຳ ຫວຽດນາມ ນອນໃນ Top 3 ປະເທດນຳໜ້າ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີດີຈີຕອນ, ພ້ອມທັງສ້າງວິສາຫະກິດເຕັກໂນໂລຢີດີຈີຕອນຂະໜາດໃຫຍ່ ຢ່າງໜ້ອຍສຸດ 5 ແຫ່ງ ທີ່ມີຄວາມສາມາດແກ້ງແຍ້ງລະດັບສາກົນ”.