ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບລັດຖະມົນຕີການຕ່າງປະເທດ ອິນເດຍ
ຕອນບ່າຍວັນທີ 19 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Rajnath Singh ລັດຖະມົນຕີການຕ່າງປະເທດ ອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ; ເປີດກວ້າງການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ເພີ່ມທະວີເຊື່ອມຕໍ່, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ນຳການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເຂົ້າສູ່ລວງເລິກ.
ສ່ວນທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ຢັ້ງຢືນວ່າ ອິນເດຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ເປີດກວ້າງບັນດາໂຄງການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດມີຄຸນນະພາບສູງ; ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະສານສົມທົບກັບຫວຽດນາມ ປະຕິບັດສຳເລັດທຸກໂຄງການຮ່ວມມືພວມໄດ້ຮັບການຜັນຂະຫຍາຍໃນຂອບເຂດບ້ວງສິນເຊື່ອ ແລະ ໜູນຊ່ວຍດ້ານປ້ອງກັນປາດທີ່ມີຢູ່ແລ້ວໃນປັດຈຸບັນ ແລະ ພິຈາລະນາ ສືບຕໍ່ສະໜອງບ້ວງໜູນຊ່ວຍໃໝ່ເໝາະສົມກັບຄວາມຕ້ອງການ ແລະ ຄວາມສາສາດຂອງແຕ່ລະຝ່າຍ.







