• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ

ຕອນເຊົ້າວັນທີ 05 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ຫງວຽນມິງເຕິມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ລາວ ອາຍຸການ 2024 – 2027.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ (ພາບ: TTXVN)

ເມື່ອມອບໜ້າທີ່ໃຫ້ແກ່ທ່ານເອກອັກຄະລັດຖະທູດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກເຖິງສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ; ພ້ອມທັງຢັ້ງຢືນວ່າ ນີ້ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ. ທ່ານຫວັງວ່າ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ພັກ, ລັດ ແລະ ປະຊາຊົນສອງປະເທດ. ພ້ອມທັງເສີມຂະຫຍາຍບົດບາດເປັນຫົວໜ້າອົງການຜູ້ຕາງໜ້າ, ເປັນຂົວຕໍ່ຊ່ວຍຜູກພັນ ແລະ ພັດທະນາການພົວພັນແບບພິເສດ ລາວ - ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄຳໝັ້ນສັນຍາ ຈະມານະພະຍາຍາມນຳການພົວພັນ ຫວຽດນາມ - ລາວ ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດ ພ້ອມທັງເພີ່ມທະວີເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ, ລະຫວ່າງສາມພື້ນຖານເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ ກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ວັນທີ 03 ມີນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ມີສິດເລືອກຕັ້ງກັບຜູ້ສະໝັກຮັບເລືອກຕັັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ຕາແສງ ອານເຍິນເຕີຍ ແລະ ເຕິຍອານໂຮ້ຍ, ນະຄອນ ໂຮ່ຈີມິນ.

Top