• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂອງ​ຊ່ອງ​ໂທ​ລະ​ພາບ Bloomberg TV

ການເຂົ້າ​ຮ່ວມ 81 ດ້ວຍ​ຫົວ​ຂໍ້ ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ , ​ຄຸ້ມ​ຄອງການ​ຫັນ​ປ່ຽນ: ສ​ປ​ຊ ນຳ​ມາ​ເຊິ່ງ​ໝາກ​ຜົນ​ໃຫ້​ແກ່​ທຸກໆ​ປະ​ເທດ”, ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ຈະ​ປັ​ບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດເທົ່າ​ນັ້ນ ຫາກ​ຍັງ​ພ້ອມ​ກັນ​ໂອ້​ລົມ​ສົນ​ທະ​ນາ, ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ ແລະ ເປັນ​ເອ​ກະ​ພາບ​ໃນ​ການ​ກະ​ທຳ​ເພື່ອ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ໂລກ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ, ມະ​ນຸດ​ສະ​ທຳ ໃນ​ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື.
    ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານງ​ານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໄດ້​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂອງ​ຊ່ອງ​ໂທ​ລະ​ພາບ Bloomberg TV ຂອງ​ສຳ​ນັກ​ຂ່າວ​ສານ Bloomberg (ພາບ: VNA)

ວັນ​ທີ 21 ກັນ​ຍາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດງານ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81, ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່​ນະ​ຄອນ ນິວ​ຢອກ, ອາ​ເມ​ລິ​ກາ, , ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານງ​ານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໄດ້​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂອງ​ຊ່ອງ​ໂທ​ລະ​ພາບ Bloomberg TV ຂອງ​ສຳ​ນັກ​ຂ່າວ​ສານ Bloomberg.

ນະ​ທີ່​ນີ້, ທ່ານ ໂຕ​ເລິມ ຊີ້​ແຈ້ງວ່າ​ການ​ເຂົ້າ​ຮ່ວມ 81 ດ້ວຍ​ຫົວ​ຂໍ້ ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ , ​ຄຸ້ມ​ຄອງການ​ຫັນ​ປ່ຽນ: ສ​ປ​ຊ ນຳ​ມາ​ເຊິ່ງ​ໝາກ​ຜົນ​ໃຫ້​ແກ່​ທຸກໆ​ປະ​ເທດ”, ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ຈະ​ປັ​ບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດເທົ່າ​ນັ້ນ ຫາກ​ຍັງ​ພ້ອມ​ກັນ​ໂອ້​ລົມ​ສົນ​ທະ​ນາ, ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ ແລະ ເປັນ​ເອ​ກະ​ພາບ​ໃນ​ການ​ກະ​ທຳ​ເພື່ອ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ໂລກ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ, ມະ​ນຸດ​ສະ​ທຳ ໃນ​ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື. ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ ແມ່ນ​ຟື້ນ​ຟູ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ບົນ​ພື​້ນ​ຖານ​ເຄົາ​ລົບ​ນັບ​ຖື​ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ. ຫວຽດ​ນາມ ຢຶດ​ໝັ້ນ​ຕໍ່​ແນວ​ທາງ​ເປັນ​ເອ​ກະ​ລາດ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ເປັນ​ເຈົ້າ​ຍຸດ​ທະ​ສາດ; ກຳ​ນົດ ຮູບ​ແບບ​ພັດ​ທະ​ນາ​ໃໝ່​ອີງ​ຕາມ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ບົນ​ພື້​ນ​ຖານ​ນັ້ນ, ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ກ້າວ​ເຂົ້າ​ໄລ​ຍະ​ປະ​ກອບ​ສ່ວນ​ໃໝ່, ບໍ່​ພຽງ​ແຕ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ໃນ​ການ​ສ້າງ​ຕັ້ງ​ມາດ​ຕະ​ການ, ແມ່ນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັນ​ຕິ​ພາບ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ແລະ ກຳ​ນົດ​ຄືນ​ການ​ບໍ​ລິ​ຫານ​ເຕັກ​ໂນ​ໂລ​ຢີ​ໃໝ່

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top