• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້​ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ ແລະ ກົດ​ໝາຍ​ສາ​ກົນ ຢູ່ທ​ະ​ເລ​ຕາ​ເວັນ​ອອກ

ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ເມື່ອໄປຢ້ຽມຢາມເກາະ Palawan, ຟີລິບປິນ ໃນວັນທີ 22 ພະຈິກ.
  ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ: Reuters)  

ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຊີ້ແຈ້ງວ່າ ການຢ້ຽມຢາມ ຟີລິບປິນ ຄັ້ງນີ້ ແມ່ນເນັ້ນໜັກເຖິງຄວາມຮຽກຮ້ອງໃຫ້ປັບປຸງກົດໝາຍສາກົນ ແລະ ຫຼັກການຕ່າງໆຢູ່ທະເລຕາເວັນອອກ ກໍຄື ໃນທົ່ວໂລກ. ທ່ານນາງ ກໍຢ້ຳຄືນວ່າ ວໍຊິງຕັນ ສະໜັບສະໜູນຄຳຕັດສິນຂອງສານອະນຸຍາໂຕຕຸລາການ ຢູ່ ລາໄຮ (ປະເທດ ໂຮນລັງ) ກ່ຽວກັບທະເລຕາເວັນອອກເມື່ອປີ 2016.

ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ເດີນທາງໄປຮອດ ຟີລິບປິນ ໃນວັນທີ 20 ພະຈິກ, ເລີ່ມຕົ້ນການຢ້ຽມຢາມ ເພື່ອປັບປຸງສາຍພົວພັນກັບບັນດາປະເທດ ພັນທະມິດ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ນີ້ໄດ້ຮັບຖືວ່າ ແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ ອາເມລິກາ ເພື່ອແນໃສ່ລົບລ້າງຄວາມສົງໄສກ່ຽວກັບຄຳໝັ້ນສັນຍາຂອງ ວໍຊິງຕັນ ທີ່ມີຕໍ່ ພາກພື້ນ ອາຊີ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ.

Top