• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ດຶກ​ຫາຍ ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ລັດ California, ອາ​ເມ​ລິ​ກາ

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ໃຫ້ການຕ້ອນຮັບທ່ານ ນາງ Fiona Ma ລັດຖະມົນຕີກະຊວງການເງິນລັດ California, ອາເມລິກາ ແລະ ບັນດາວິສາຫະກິດລັດ California, ອາເມລິກາ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ຕ້ອນຮັບທ່ານ ນາງ Fiona Ma ລັດຖະມົນຕີກະຊວງການເງິນລັດ California, ອາເມລິກາ

ຕອນຄ່ຳວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ໃຫ້ການຕ້ອນຮັບທ່ານ ນາງ Fiona Ma ລັດຖະມົນຕີກະຊວງການເງິນລັດ California, ອາເມລິກາ ແລະ ບັນດາວິສາຫະກິດລັດ California, ອາເມລິກາເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດຍາມໃດກໍເປັນພາກສ່ວນສຳຄັນໃນການພົວພັນລວມ ຫວຽດນາມ - ອາເມລິກາ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ປາດຖະໜາວ່າ ບັນດາອົງການນິຕິບັນຍັດຂອງສອງປະເທດຈະສືບຕໍ່ມີການຮ່ວມມືຢ່າງແໜ້ນແຟ້ນກວ່າອີກ ໂດຍຜ່ານບັນດາກົນໄກສົນທະນາ, ແລກປ່ຽນນະໂຍບາຍລະຫວ່າງທຸກຂັ້ນ, ອົງການຂອງສະພາແຫ່ງຊາດສອງປະເທດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ກໍຄືສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຖືວ່າ ຫວຽດນາມ ແລະ ລັດ California ຍັງມີກຳລັງບົ່ມຊ້ອນໃຫຍ່ຫຼວງຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືໃຫ້ພັດທະນາກວ່າອີກ, ພິເສດແມ່ນໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ…

        ລັດຖະມົນຕີກະຊວງການເງິນ ລັດ California ຢັ້ງຢືນຈະຊຸກຍູ້, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມືຢ່າງມີປະສິດທິຜົນ, ແທດຈິງ ກັບ ຫວຽດນາມ ໃນບັນດາຂົງເຂດທີ່ເປັນທ່າແຮງຂອງລັດ, ພິເສດກ່ຽວກັບຂົງເຂດເຕີບໂຕສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ, ພະລັງງານທົດແທນ, ພະລັງງານໃໝ່…

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ

Top