• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສ.ເກົາຫຼີ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ

ເນື່ອງໃນໂອກາດໄປຢ້ຽມຢາມສ.ເກົາຫຼີ ຢ່າງເປັນທາງການໃນລະຫວ່າງວັນທີ 12 – 15 ທັນວາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕອບສຳພາດຕໍ່ສື່ມວນຊົນສ.ເກົາຫຼີ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ:  vov.vn)

ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ຢຢັ້ງຢືນການພົວພັນ ຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນຈຸດເວລາດີງາມທີ່ສຸດນັບແຕ່ເວລາ 2 ປະເທດສ້າງຕັ້ງການພົວພັນທາງການທູດ ເມື່ອປີ 1992. ກ່ຽວກັບດ້ານການເມືອງ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ, ແທດຈິງ; ສອງຝ່າຍໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງບໍ່ຢຸດຢັ້ງ. ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນຈຸດພົ້ນເດັ່ນ ແລະ ແມ່ນເສົາຄ້ຳສຳຄັນໃນການພົວພັນຮ່ວມມືສອງຝ່າຍ. ປັດຈຸບັນ, ສ.ເກົາຫຼີແມ່ນນັກລົງທຶນຕ່າງປະເທດ FDI ໃຫຍ່ທີ່ສຸດຢູ່ ຫວຽດນາມ, ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 2 ກ່ຽວກັບດ້ານການຄ້າ ແລະ ແມ່ນຜູ້ໃຫ້ການຊ່ວຍເຫຼືອພັດທະນາ ຢ່າງເປັນທາງການ(ODA) ສອງຝ່າຍໃຫຍ່ອັນດັບທີ 2 ຂອງ ຫວຽດນາມ. ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຄົມ ຍັງມີການດຳເນີນຢ່າງຟົດຟື້ນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກພັດທະນາການພົວພັນກັບ ສ.ເກົາຫຼີໃຫ້ຫຼາຍກ່ວາອີກ ແລະ ເຊື່ອໝັ້ນວ່າການຢ້ຽມຢາມ ສ.ເກົາຫຼີຄັ້ງນີ້ ຂອງ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະປະກອບສ່ວນເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ.

ດ້ວຍບັນດາຈຸດທີ່ຄ້າຍຄືກັນກ່ຽວກັບປະຫວັດສາດ ແລະ ວັດທະນະທຳ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ຈະສືບຕໍ່ມີການພັດທະນາຢ່າງແຮງ, ມີປະສິດທິຜົນ ແລະ ບັນລຸໄດ້ຜົນງານທີ່ພົ້ນເດັ່ນຫຼາຍຢ່າງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top