• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ ຮ່າ​ໂນ້ຍ ຄວນ​​ປັບ​ຕົວຢ່າງແຮງ ເພື່​​ອປະ​ກອບ​ທັກ​ສະ ແລະ ຄວາມ​ຮູ້ໃໝ່

ຕອນເຊົ້າວັນທີ 18 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ຄົບຮອບ 70 ປີ (11/10/1951 – 11/10/2021) ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຄັ້ງທີ 2.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ໃນຕະຫຼອດ 70 ປີຜ່ານມາ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ມີການປະກອບສ່ວນຢ່າງເຕັມທີ່ແກ່ປະເທດຊາດໃນຍຸກສະໄໝປະທານ ໂຮ່ຈີມິນ ແລະ ໄດ້ຮັບຖືວ່າ ແມ່ນອູ່ບຳລຸງສ້າງຖັນແຖວຄູອາຈານທີ່ມີສະຕິປັນຍາເພື່ອສິດສອນໃຫ້ຄົນລຸ້ນຕ່າງໆໃນທຸກແຖບຖິ່ນຂອງປະເທດຊາດ, ປະກອບສ່ວນໂດຍກົງເຂົ້າໃນພາລະກິດສຶກສາ; ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ເມື່ອເວົ້າເຖິງສິ່ງທ້າທາຍຂອງປະເທດ ກໍຄືພື້ນຖານການສຶກສາໃນສັງກາດຫັນເປັນດີຈີຕອນ, ທ່ານປະທານປະເທດ ປາດຖະໜາວ່າ ດ້ວຍບົດບາດເປັນໜຶ່ງໃນຈຳນວນມະຫາວິທະຍາໄລສ້າງຄູຈຸດສຸມສອງແຫ່ງຂອງປະເທດຊາດ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ຄວນປັບຕົວຢ່າງແຮງເພື່ອປະກອບທັກສະ ກໍຄືຄວາມຮູ້ໃໝ່ໆ. ໃນໄລຍະສິດສອນ, ຕ້ອງມີການປ່ຽນແປງໃໝ່ຢ່າງຮອບດ້ານ ນັບທັງວິທີ ແລະ ເນື້ອໃນການສິດສອນ ເພື່ອແນໃສ່ຕອບສະໜອງຕາມສະພາບການໃໝ່ ແລະ ຄຳຮຽກຮ້ອງຕ້ອງການໃໝ່ໃນປັດຈຸບັນ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top