• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເຊີດ​ຊູ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ຢູ່​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຍົກໃຫ້ເຫັນຢ່າງເດັ່ນຊັດ ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ; ໂດຍເນັ້ນໜັກວ່າ ການນຳ 2 ປະເທດ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືຢູ່ໃນລະດັບສູງສຸດ ໄດ້ເປັນການພິສູດໃຫ້ແກ່ເລື່ອງ ບັນດາປະເທດສາມາດຜ່ານຜ່າອະດີດຕະການ, ຈາກຄູ່ຕໍ່ສູ້ກັນກາຍເປັນຄູ່ຮ່ວມມື ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍ ແລະ ຮ່ຳບາດແຜສົງຄາມ.
ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່າວຄຳປາໄສ ຢູ່ວາລະປຶກສາຫາລື (ພາບ: UN)

ເລີ່ມຕົ້ນບົດກ່າວປາໄສ ໃນວາລະປຶກສາຫາລືຂັ້ນສູງກອງປະຊຸມສະມັດຊາໃຫຍ່ ສປຊ ໃນວັນທີ 19 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຍົກໃຫ້ເຫັນຢ່າງເດັ່ນຊັດ ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ; ໂດຍເນັ້ນໜັກວ່າ ການນຳ 2 ປະເທດ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືຢູ່ໃນລະດັບສູງສຸດ ໄດ້ເປັນການພິສູດໃຫ້ແກ່ເລື່ອງ ບັນດາປະເທດສາມາດຜ່ານຜ່າອະດີດຕະການ, ຈາກຄູ່ຕໍ່ສູ້ກັນກາຍເປັນຄູ່ຮ່ວມມື ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍ ແລະ ຮ່ຳບາດແຜສົງຄາມ. ຜ່ານນັ້ນ, ທ່ານປະທານາທິບໍດີ Joe Biden  ຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ເພື່ອແກ້ໄຂບັນດາການຂັດແຍ້ງ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ລັດທິຫຼາຍຝ່າຍ ແນໃສ່ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳໜ້າ, ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ ດ້ວຍການເຄື່ອນໄຫວສຳຄັນຫຼາຍຢ່າງ ແນໃສ່ແບ່ງປັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ເຖິງເພື່ອນມິດສາກົນ ກ່ຽວກັບປະເທດ ຫວຽດນາມ ທີ່ມີສັນຕິພາບ, ຮ່ວມມື ແລະ ເຊື່ອມໂຍງ, ນຳການພົວພັນ ຫວຽດນາມ ກັບ ສປຊ ແລະ ບັນດາປະເທດ ຂຶ້ນສູ່ລະດັບສູງໃໝ່.  

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top