• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເດີນ​ທາງໄປ​ຮອດ​ປັກ​ກິ່ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຈີນ

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທາ​ບໍ​ດີ Donald Trump ໄປ​ຍັງ ຈີນ​ນັບ​ແຕ່​ປີ 2017, ພ້ອມ​ທັງ​ແມ່ນ​ການ​ຢ້ຽມ​ຢາມ​ຈີນ ຄັ້ງ​ທຳ​ອິດ​ຂອງ​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ຮອບ​ເວ​ລາ 9 ປີ​ຜ່ານ​ມາ.
  ທ່ານປະທານປະເທດ ຈີນ ສີຈິນຜິ້ງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Kenny Holston/Pool via REUTERS)  

ກ່າວ​ຄຳ​ເຫັນ​ທີ່​ການ​ສົນ​ທະ​ນາ​ລັບ​ກັບ​ທ່ານ​ປະ​ທາ​ນາ​ທ​ິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໃນ​ຕອນ​ເຊົ້າ​ວັນ​ທີ 14 ພຶດ​ສະ​ພາ, ຢູ່​ນະ​ຄອນ​ຫຼວງ ປັກ​ກິ່ງ, ທ່ານ​ປະ​ທານ​ປະ​ເທດ ຈ​ີນ ສີ​ຈິນ​ຜິ້ງ ໃຫ້​ຮູ້​ວ່າ 2 ຝ່າຍ​ເຫັນ​ດີ​ພ້ອມ​ກັນ​ສ້າງ​ການ​ພົວ​ພັນ​ຍຸດ​ທະ​ສາດ​ໃຫ້​ມີ​ສະ​ຖຽນ​ລະ​ພາບ ມີ​ລັກ​ສະ​ນະ​ສ້າງ​ສັນ. ທ່ານກໍ່​ເນັ້​ນ​ໜັກ​ວ່າ ຈີນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ພັດ​ທະ​ນາ​ການ​ພົວ​ພັນ ຈີນ - ອາ​ເມ​ລິ​ກາ ໃຫ້​ມີ​ສະ​ຖຽນ​ລະ​ພາບ, ປອ​ດ​ໃສ ແລະ ຍືນ​ຍົງ. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ 2 ຝ່າຍ, ທ່ານ​ຖື​ວ່າ, ເນື້ອ​ແທ້​ຂ​ອງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ພ້ອມ​ກັນ​ຮັບ​ໄຊ​ຊະ​ນະ.

ກ່ອນ​ໜ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 13 ພຶດ​ສະ​ພາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ໄປ​ຮອດ ປັກ​ກິ່ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ຈີນ ​ເປັນ​ເວ​ລາ 3 ວັນ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທາ​ບໍ​ດີ Donald Trump ໄປ​ຍັງ ຈີນ​ນັບ​ແຕ່​ປີ 2017, ພ້ອມ​ທັງ​ແມ່ນ​ການ​ຢ້ຽມ​ຢາມ​ຈີນ ຄັ້ງ​ທຳ​ອິດ​ຂອງ​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ຮອບ​ເວ​ລາ 9 ປີ​ຜ່ານ​ມາ.

(ແຫຼ່ງຄັດຈາກ VOV)

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ​ພວມ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ເຂີນ​ແຫຼ່ງ​ສະ​ໜອງ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ປິດ​ປະ​ຕູ​ຊ່ອງ​ແຄມ​ທະ​ເລ Hormuz.

Top