• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຕີ​ລາ​ຄາ ແລະ ຜັນ​ຂະ​ຫຍາຍ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ດຳ​ລັດ

ຄາດວ່າ, ສະໄໝປະຊຸມເທື່ອທີ 4 ຈະມາເຖິງນີ້ ຈະພິຈາລະນາຮ່າງກົດໝາຍ 7 ສະບັບ, ມະຕິ 1 ສະບັບ. ທ່ານປະທານສະພາແຫ່ງຊາດ ເວືອງດິນເຫ້ວ ສະເໜີໃຫ້ບັນດາອົງການ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າໃນວຽກງານສ້າງກົດໝາຍ, ລັດຖະດຳລັດ.

ຄາດວ່າ, ສະໄໝປະຊຸມເທື່ອທີ 4 ຈະມາເຖິງນີ້ ຈະພິຈາລະນາຮ່າງກົດໝາຍ 7 ສະບັບ, ມະຕິ 1 ສະບັບ. ທ່ານປະທານສະພາແຫ່ງຊາດ ເວືອງດິນເຫ້ວ ສະເໜີໃຫ້ບັນດາອົງການ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າໃນວຽກງານສ້າງກົດໝາຍ, ລັດຖະດຳລັດ.

    

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ເປັນປະທານກອງປະຊຸມຕີລາຄາສະພາບການປະຕິບັດແຜນການ ແລະ ຜັນຂະຫຍາຍລາຍການສ້າງກົດໝາຍ, ລັດຖະດຳລັດ. ແຜນການຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 15 ໄດ້ກຳນົດ 137 ໜ້າທີ່ນິຕິບັນຍັດຕ້ອງປະຕິບັດ. ມາຮອດປະຈຸບັນ, ບັນດາອົງການໄດ້ສຳເລັດເກືອບ 50% ຈຳນວນໜ້າທີ່ນິຕິບັນຍັດໄດ້ວາງອອກ, ໃນນັ້ນມີ 8 ໜ້າທີ່ໄດ້ລື່ນກາຍຄວາມຄຶບໜ້າ.

  ຕີລາຄາທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິນເຫ້ວ ຖືວ່າ, ການປະຕິບັດແຜນການ 81 ຂອງຄະນະປະຈຳສະພາແຫ່ງຊາດໃນເກືອບ 1 ປີຜ່ານມາ ໄດ້ບັນລຸໝາກຜົນທີ່ຕັ້ງໜ້າ ແລະ ສຳຄັນ. ວຽກງານຈັດຕັ້ງຜັນຂະຫຍາຍປະຕິບັດໄດ້ຢ່າງມີແບບມີແຜນ, ໄວວາ, ຮີບເຮັ່ງ ແລະ ມີໝາກຜົນ. ມາຮອດປະຈຸບັນ, ສະພາແຫ່ງຊາດໄດ້ປະກາດໃຊ້ກົດໝາຍ 6 ສະບັບ, ມະຕິ 8 ສະບັບ. ຄະນະປະຈຳສະພາແຫ່ງຊາດໄດ້ປະກາດໃຊ້ລັດຖະດຳລັດ 2 ສະບັບ ແລະ ມະຕິ 2 ສະບັບ. ຄາດວ່າ, ສະໄໝປະຊຸມເທື່ອທີ 4 ຈະມາເຖິງນີ້ ຈະພິຈາລະນາຮ່າງກົດໝາຍ 7 ສະບັບ, ມະຕິ 1 ສະບັບ. ທ່ານປະທານສະພາແຫ່ງຊາດ ເວືອງດິນເຫ້ວ ສະເໜີໃຫ້ບັນດາອົງການ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າໃນວຽກງານສ້າງກົດໝາຍ, ລັດຖະດຳລັດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top