• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ ປະທານພັກກອມມູນິດ Bangladesh Shah Alam

ໃນຂອບເຂດການຢ້ຽມຢາມ Bangladesh ຢ່າງເປັນທາງການ ຕອນເຊົ້າວັນທີ 22 ກັນຍາ ຢູ່ນະຄອນຫຼວງ Dhaka, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ ປະທານພັກກອມມູນິດ Bangladesh Shah Alam, ທ່ານປະທານພັກກຳມະກອນ, ປະທານກຳມາທິການສະຫວັດດີການສັງຄົມ ສະພາແຫ່ງຊາດ Bangladesh Rashed Khan Menon.

ທີ່ການຕ້ອນຮັບ ທ່ານ ປະທານພັກກອມມູນິດ Bangladesh Shah Alam, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

ສ່ວນທ່ານ Shah Alam ປາດຖະໜາວ່າ ຫວຽດນາມ ອາດຈະກາຍເປັນຄູ່ຮ່ວມມືພັດທະນາຂອງ Bangladesh ໂດຍໄວ ແລະ ນັບມື້ນັບມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງມາລົງທຶນຢູ່ Bangladesh.

ທີ່ການພົບປະກັບທ່ານປະທານພັກກຳມະກອນ, ປະທານກຳມາທິການສະຫວັດດີການສັງຄົມ ສະພາແຫ່ງຊາດ Bangladesh Rashed Khan Menon ແລະ ບັນດາສະມາຊິກພັກ, ທ່ານ ເວືອງດິ່ງເຫວະ ໄດ້ສະແດງຄວາມຊົມເຊີຍຕໍ່ພັກກຳມະກອນ Bangladesh ທີ່ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການດຳເນີນຊີວິດການເມືອງຂອງ Bangladesh, ສວມບົດບາດຫຼັກແຫຼ່ງໃນກຳລັງຝ່າຍຂອງ ຢູ່ Bangladesh, ມານະພະຍາຍາມເພີ່ມທະວີຄວາມສາມັກຄີ ໃນບັນດາອົງການມະຫາຊົນ ແລະ ເຕົ້າໂຮມປະຊາຊົນຊາວຜູ້ອອກແຮງງານ ຢູ່ Bangladesh ກໍ່ຄືຍູ້ແຮງ ການຮ່ວມມືກັບບັນດາພັກຝ່າຍຂວາ, ກຳມະກອນໃນໂລກ.    

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top