• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ອອກ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ. ຈີນ ຢ່າງ​ເປັນ​ທາງ​ການ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ສປ. ຈີນ ຢ່າງເປັນທາງການ ແຕ່ວັນທີ 7 – 12 ເມສາ 2024.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເລີ່ມເດີນທາງໄປຢ້ຽມຢາມ ສປ.ຈີນ (ພາບ:VOV)

ຕອນເຊົ້າວັນທີ 7 ເມສາທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອຈາກຮ່າໂນ້ຍເລີ່ມຕົ້ນການຢ້ຽມຢາມ ສປຈີນ ຢ່າງເປັນທາງການ ແຕ່ວັນທີ 7 – 12 ເມສາ 2024, ຕາມຄຳເຊີນຂອງທ່ານ ຈ້າວເລີ້ຈີ້ ປະທານຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ.

ນີ້ແມ່ນການຢ້ຽມຢາມຂັ້ນສູງຄັ້ງທຳອິດຂອງການນຳພັກ ແລະ ລັດ ຫວຽດນາມ ໄປຍັງຈີນ, ພາຍຫຼັງທີ່ສອງປະເທດອອກຖະແຫຼງການຮ່ວມ ຍົກລະດັບການພົວພັນ, ເຊິ່ງມີຄວາມໝາຍສຳຄັນທີ່ສຸດ, ກຳນົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍ, ຫັນຄວາມຮັບຮູ້ລວມຂອງການນຳຂັ້ນສູງ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນປີ 2022 ແລະ ການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃນປີ 2023 ເປັນລະອຽດ; ຢັ້ງຢືນ ຫວຽດນາມ ຖືການພັດທະນາການພົວພັນກັບ ຈີນ ແມ່ນບຸລິມະສິດແຖວໜ້າ ແລະ ເປັນການເລືອກເຟັ້ນຍຸດທະສາດໃນນະໂຍບາຍການຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top