• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ, ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ Viettel

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງບົດບາດຂອງ Viettel ໃນການປະກອບສ່ວນປະຕິບັດວຽກງານທົ່ວປວງຊົນນຳໃຊ້ໂທລະສັບມືຖື ແລະ ສະໜອງອິນເຕີເນັດ; ປະກອບສ່ວນສ້າງພື້ນຖານອຸດສາຫະກຳເອເລັກໂຕນິກຂອງ ຫວຽດນາມ, ເປັນເຈົ້າຂອງໃນຂົງເຂດ 5G ແລະ ພວມມຸ່ງໄປເຖິງອິນເຕີເນັດ 6G… Viettel ກາຍເປັນເຄື່ອງໝາຍການຄ້າໂທລະຄົມທີ່ມີມູນຄ່າສູງສຸດຂອງ ຫວຽດນາມ ແລະ ອັນດັບໜຶ່ງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອັນດັບທີ 9 ໃນ ອາຊີ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມກອງທັບ (Viettel) (ພາບ:VOV)

ຕອນເຊົ້າວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມກອງທັບ (Viettel). ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ຮັບຟັງການແນະນຳກ່ຽວກັບບັນດາຜະລິດຕະພັນອຸດສາຫະກຳເຕັກໂນໂລຢີສູງຂອງ Viettel ຢູ່ເຂດເຕັກໂນໂລຢີສູງ ຮວ່າລາກ ແລະ ເຮັດວຽກຢູ່ສຳນັກງານຂອງກຸ່ມບໍລິສັດ.

ທີ່ການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງບົດບາດຂອງ Viettel ໃນການປະກອບສ່ວນປະຕິບັດວຽກງານທົ່ວປວງຊົນນຳໃຊ້ໂທລະສັບມືຖື  ແລະ ສະໜອງອິນເຕີເນັດ; ປະກອບສ່ວນສ້າງພື້ນຖານອຸດສາຫະກຳເອເລັກໂຕນິກຂອງ ຫວຽດນາມ, ເປັນເຈົ້າຂອງໃນຂົງເຂດ 5G ແລະ ພວມມຸ່ງໄປເຖິງອິນເຕີເນັດ 6G… Viettel ກາຍເປັນເຄື່ອງໝາຍການຄ້າໂທລະຄົມທີ່ມີມູນຄ່າສູງສຸດຂອງ ຫວຽດນາມ ແລະ ອັນດັບໜຶ່ງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອັນດັບທີ 9 ໃນ ອາຊີ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີວ່າ:

“ຕ້ອງຮັກສາບົດບາດເປັນກຸ່ມບໍລິສັດເສດຖະກິດຫຼັກແຫຼ່ງແຖວໜ້າຂອງປະເທດຊາດ. Viettel  ຕ້ອງກາຍເປັນຮູບແບບຕົວແບບຂອງລັດວິສາຫະກິດ. ພວກເຮົາຕ້ອງກຽມພ້ອມຮັບ ແລະ ປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ດີທີ່ສຸດ. ສຳລັບສະເພາະກຸ່ມບໍລິສັດ Viettel ແລ້ວ, ການເຮັດເສດຖະກິດຕ້ອງຕິດພັນກັບການເຄື່ອນໄຫວພົວພັນຕ່າງປະເທດຂອງປະເທດຊາດ. ທີສອງແມ່ນ, Viettel ຍັງຕ້ອງຮັກສາບົດບາດແກ່ນສານໃນການສ້າງເຂດອຸດສາຫະກຳປ້ອງກັນຊາດທີ່ໝູນໃຊ້ເຕັກໂນໂລຢີສູງ ອີກດ້ວຍ”

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top