• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ

ຕອນເຊົ້າວັນທີ 02 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ. ອີຕາລີ Antonio Alessandro ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດໄລຍະປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ. ອີຕາລີ Antonio Alessandro (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງທ່ານເອກອັກຄະລັດຖະທູດ ທີ່ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ທີມີຄວາມຮັບຜິດຊອບຂອງ ຫວຽດນາມ  ກະກຽມຢ່າງລອບຄອບຖີ່ຖ້ວນ, ປະກອບສ່ວນເຮັດໃຫ້ການຢ້ຽມຢາມ ອີຕາລີ ຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 25 – 29 ກໍລະກົດ ປະສົບຜົນສຳເລັດຢ່າງຈົບງາມ.  ທ່ານປະທານປະເທດ ຢັ້ງຢືນວ່າ ເຫດການນີ້ແມ່ນຈຸດເດັ່ນໃນໄລຍະເຮັດວຽກທີ່ສຳເລັດຜົນຢູ່ ຫວຽດນາມ ຂອງທ່ານເອກອັກຄະລັດຖະທູດ Antonio Alessandro. ໂດຍຢ້ຳຄືນເລື່ອງທ່ານເອກອັກຄະລັດຖະທູດ Antonio Alessandro  ເຮັດວຽກຢູ່ ຫວຽດນາມ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນໂລກລະບາດໂຄວິດ - 19, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຖືວ່າ ຄວາມຫຍຸ້ງຍາກນັ້ນ, ບວກກັບການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ, ສອງປະເທດ ຍັງຮັກສາໄດ້ການພົວພັນທີ່ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຜ່ານຜ່າຄວາຫຍຸ້ງຍາກ ແລະ ສືບຕໍ່ບັນລຸໄດ້ຜົນງານດີງາມຫຼາຍຢ່າງ.

ສ່ວນທ່ານເອກອັກຄະລັດຖະທູດ Antonio Alessandro ເຜີຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ ສ.ອີຕາລີ Sergio Mattarella ມີຄວາມປະທັບໃຈຕໍ່ໝາກຜົນຂອງການພົບປະເຈລະຈາກັບທ່ານປະທານປະເທດ ຫວໍວັນເຖືອງ ຢູ່ ອີຕາລີ ກໍຄືການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງປະເທດ ຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Antonio Alessandro.  

ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top