• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ: ຄວນ​ຍູ້​ແຮງ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ ການ​ແພດກ້າວ​ໜ້າ​ຂອງ ຍີ່ປຸ່ນ ໃຫ້​ແກ່ ຫວຽດ​ນາມ

ທ່ານນາງ ປອ Kusumi Mari ໄດ້ຢັ້ງຢືນຄວາມຕັດສີນໃຈພະຍາຍາມກໍ່ສ້າງໂຮງໝໍ ຢູ່ ຫວຽດນາມໃຫ້ສຳເລັດໂດຍໄວ ແລະ ນຳໃຊ້ເຕັກໂນໂລຢີ່ໃໝ່ຫຼ້າສຸດດ້ານການແພດ ກໍ່ຄືເຕັກນິກການປິ່ນປົວທີ່ກ້າວໜ້າຈາກ ປະເທດ ຢີ່ປຸ່ນ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ສຶກສາທາງການແພດ ຈຳກັດ ຍີ່ປຸ່ນ (ພາບ: TTXVN)

ຕອນເຊົ້າ ວັນທີ 27 ມັງກອນ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ສຶກສາທາງການແພດ ຈຳກັດ ຍີ່ປຸ່ນ. ທີ່ການຕ້ອນຮັບ, ທ່ານປະທນາປະເທດ ໄດ້ຊົມເຊີຍທທ່ານນາງ Kusumi Mari, ປະທານບໍລິສັດສຶກສາທາງການແພດ ທີ່ໄດ້ລົງທຶນຢູ່ ຫວຽດນາມ ດ້ວຍໂຄງການກ່ຽວກັບໂຮງຮຽນ ແລະ ໂຮງໝໍ;  ຕີລາຄາສູງຄວາມຕັດສິນໃຈຂອງ ທ່ານ ປອ Kasumi Mari ໃນການກໍ່ສ້າງໂຮງໝໍ. ທ່ານປະທານປະເທດໃຫ້ຮູ້ວ່າ, ຫວຽດນາມ ແມ່ນປະເທດມີພົນລະເມືອງເກືອບ 100 ລ້ານຄົນ, ສະນັ້ນຄວາມຕ້ອງການກໍ່ສ້າງໂຮງໝໍຕື່ມອີກແມ່ນມີຄວາມຈຳເປັນທີ່ສຸດເພື່ອຮັບໃຊ້ວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ທ່ານປະທານປະເທດ ຫວຽດນາມ  ປາດຖະໜາວ່າໂຮງໝໍຫຼັງດັ່ງກ່າວຈະໄດ້ນຳເຂົ້າໃຊ້ການໂດຍໄວ ແລະ ໄດ້ຮັບການຖ່າຍທອດເຕັກໂນໂລຢີການແພດທີ່ກ້າວໜ້າຈາກ ຍີ່ປຸ່ນ.

ສ່ວນທ່ານນາງ ປອ Kusumi Mari ໄດ້ຢັ້ງຢືນຄວາມຕັດສີນໃຈພະຍາຍາມກໍ່ສ້າງໂຮງໝໍ ຢູ່ ຫວຽດນາມໃຫ້ສຳເລັດໂດຍໄວ ແລະ ນຳໃຊ້ເຕັກໂນໂລຢີ່ໃໝ່ຫຼ້າສຸດດ້ານການແພດ ກໍ່ຄືເຕັກນິກການປິ່ນປົວທີ່ກ້າວໜ້າຈາກ ປະເທດ ຢີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top