• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ

ທີ່ບັນດາການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນອາເມລິກາ ທີ່ມີຄວາມສົນໃຈຕໍ່ ຫວຽດນາມ ແລະ ໃຫ້ຮູ້ວ່າ ຫວຽດນາມ ສະຫງວນບຸລິມະສິດສູງໃຫ້ແກ່ບັນດາຄວາມມານະພະຍາຍາມພັດທະນາຂະແໜງພະລັງງານຕາມທິດຍືນຍົງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບ ກຸ່ມບໍລິສັດ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 76 ຢູ່ນິດຢອກ, ວັນທີ 23 ກັນຍາ ຕາມເວລາ ອາເມລິກາ (ໃນຕອນເຊົ້າວັນທີ 24 ກັນຍາ ຕາມເວລາ ຫວຽດນາມ), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການນຳຂອງບາງກຸ່ມບໍລິສັດແຖວໜ້າຂອງ ອາເມລິກາ, ລວມມີກຸ່ມບໍລິສັດ Exxon Mobil, ກຸ່ມບໍລິສັດ Next Decade, ກຸ່ມບໍລິສັດ Blackrock.

ທີ່ບັນດາການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນອາເມລິກາ ທີ່ມີຄວາມສົນໃຈຕໍ່ ຫວຽດນາມ ແລະ ໃຫ້ຮູ້ວ່າ ຫວຽດນາມ ສະຫງວນບຸລິມະສິດສູງໃຫ້ແກ່ບັນດາຄວາມມານະພະຍາຍາມພັດທະນາຂະແໜງພະລັງງານຕາມທິດຍືນຍົງ ດ້ວຍເປົ້າໝາຍຮັກສາຄວາມໝັ້ນຄົງທາງພະລັງງານແຫ່ງຊາດ ແລະ ຫຼຸດຜ່ອນການປ່ອຍອ້າຍພິດເຮືອນແກ້ວ. ຫວຽດນາມ ມີຄວາມຫວັງຢາກນຳເຂົ້າທາດແຫຼວ LNG ຈາກ ອາເມລິກາ, ປະກອບສ່ວນເຂົ້າໃນການພັດທະນາການຄ້າສອງຝ່າຍຢ່າງກົມກຽມ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top