• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສົ່ງ​ຈົດ​ໝາຍອວຍ​ພອນ​ວັນ​ມູນ​ເຊື້ອ​ການ​ປ້ອງ​ກັນ, ຕ້ານ​​ໄພ​ທຳ​ມະ​ຊາດ ຫວຽດ​ນາມ ຄົບ​ຮອບ 75 ປີ

ວັນທີ 21 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍອວຍພອນພໍ່ແມ່ປະຊາຊົນ ແລະ ນັກຮົບໃນທົ່ວປະເທດ ເນື່ອງໃນໂອກາດວັນມູນເຊື້ອແຫ່ງການປ້ອງກັນ, ຕ້ານໄພທຳມະຊາດ ຫວຽດນາມ ຄົບຮອບ 75 ປີ (22/05/1946 – 22/05/2021).
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ໃນຈົດໝາຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຄຳອວຍພອນອັນດີງາມມາຍັງພໍ່ແມ່ປະຊາຊົນ, ສະຫາຍ ແລະ ນັກຮົບໃນທົ່ວປະເທດ ພ້ອມດ້ວຍພະນັກງານ, ລັດຖະກອນ, ພາລະກອນ, ຊາວຜູ້ອອກແຮງງານທີ່ເຮັດວຽກງານປ້ອງກັນ, ຕ້ານໄພທຳມະຊາດລຸ້ນຕ່າງໆ. ທ່ານກໍເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ຫວຽດນາມ ນັບມື້ນັບເປັນເຈົ້າການໃນການປະຕິບັດວຽກງານປ້ອງກັນ, ຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງໂດຍໄພທຳມະຊາດກໍ່ຂຶ້ນ, ປະກອບສ່ວນປົກປ້ອງການດຳລົງຊີວິດຂອງປະຊາຊົນ ແລະ ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

        ຕໍ່ໜ້າສະພາບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດນັບມື້ນັບມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານປະທານປະເທດສະໜີໃຫ້ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ໝູ່ຄະນະ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນໃນທົ່ວປະເທດ ຈົ່ງສືບຕໍ່ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໄພທຳມະຊາດ ແລະ ການກູ້ໄພກູ້ຊີບຢ່າງຄົບຊຸດ, ປະກອບສ່ວນປົກປ້ອງການດຳລົງຊີວິດຂອງປະຊາຊົນ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ, ສະແດງໃຫ້ເຫັນພາດພົດຂອງປະເທດຫວຽດນາມ - ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ ໃນບັນດາຄວາມມານະພະຍາຍາມປ້ອງກັນ, ຕ້ານໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ. 

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top