• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານປະ​ເທດ​ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ: ປະ​ຊາ​ຊົນ ຫວຽດ​ນາມ​ ຍາ​ມ​ໃດ​ກໍ່​ຮຽງບ່າ​ຮຽງ​ໄລ່​ກັບ​ປ​ະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ

10 ໂມງເຊົ້າວັນທີ 18 ກັນຍາ ຕາມເວລາກູບາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Jose Marti Habana, ນະຄອນຫຼວງ La Habana, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ສ.ກູບາ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານເລຂາຄົນທີໜຶ່ງຂອງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສ.ກູບາ Miguel Díaz-Canel.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານນາງຮອງເລຂາຜູ້ທີໜຶ່ງສະຖາບັນກູບາ ມິດຕະພາບ ກັບບັນດາຊົນຊາດ (ICAP) Noemi Rabaza Fernandez, ທ່ານນາງປະທານສະມາຄົມມິດຕະພາບ ກູບາ - ຫວຽດນາມ Maria Yolanda Ferrer Gomez

ພາຍຫຼັງມາຮອດກູບາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງເລຂາຜູ້ທີໜຶ່ງສະຖາບັນກູບາ ມິດຕະພາບ ກັບບັນດາຊົນຊາດ (ICAP) Noemi Rabaza Fernandez, ທ່ານນາງປະທານສະມາຄົມມິດຕະພາບ ກູບາ - ຫວຽດນາມ Maria Yolanda Ferrer Gomez ແລະ ຜູ້ຕາງໜ້າການນຳບັນດາໂຮງຮຽນທີ່ໃສ່ຊື່ລຸງໂຮ່, ຫງວຽນວັນໂຈຍ ແລະ ຫວໍທິທັ້ງ, ແລະເຂົ້າພົບປະກັບປະທານປະເທດ. ທີ່ການເຄື່ອນໄຫວທຳອິດ ຂອງການຢ້ຽມຢາມນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນເຖິງ ສານຂອງການຢ້ຽມຢາມຄັ້ງນີ້  ພັກ, ປະຊາຊົນ ຫວຽດນາມ ອ້າຍນ້ອງຍາມໃດກໍ່ຮຽງບ່າຮຽງໄລ່ ພ້ອມກັບພັກກອມມູນິດ ແລະ ປະຊາຊົນກູບາ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງ Fernandez ໃຫ້ຮູ້ວ່າ ສະຖາບັນ ກູບາ ມິດຕະພາບ ກັບບັນດາຊົນຊາດ ແລະ ສະມາຄົມມິດຕະພາບກູບາ - ຫວຽດນາມ ຫາກໍ່ຈັດຕັ້ງການ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງສອງປະເທດ. ສອງປະເທດຍາມໃດກໍ່ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິເສດ ຂອງ ສອງຊາດ. ທ່ານນາງຢັ້ງຢືນວ່າ ຍາມໃດປະຊາຊົນກູບາ ກໍ່ຈະສະໜັບສະໜູນ ຫວຽດນາມ ໃນບໍ່ວ່າສະພາບການໃດ.

ໂດຍສະແດງຄວາມເປັນກຽດເມື່ອໄດ້ພົບປະກັບທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາງ ປະທານສະມາຄົມມິດຕະພາບ ກູບາ - ຫວຽດນາມ Maria Yolanda Ferrer Gomez ໄດ້ຢັ້ງຢືນວ່າ ທຸກສະມາຊິກຂອງ ສະມາຄົມມິດຕະພາບ ກູບາ - ຫວຽດນາມ ມີຄວາມເອກອ້າງທະນົງໃຈກ່ຽວກັບຄວາມຮັບຜິດຊອບອັນໃຫຍ່ຫຼວງ ເມື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ.

ທີ່ບັນດາການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນບັນດາການເຄື່ອນໄຫວສາມັກຄີຂອງ ກູບາ ກັບ ຫວຽດນາມ ແມ່ນແຫຼ່ງລະດົມກຳລັງໃຈອັນຍິ່ງໃຫຍ່ສຳລັບປະຊາຊົນ ຫວຽດນາມ ໃນເມື່ອກ່ອນ ກໍ່ຄືໃນປັດຈຸບັນ. ກົງກັນຂ້າມ, ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນໃຫ້ປະຊາຊົນກູບາ  ອາລົມຈິດຄວາມສະຫນິດສະຫນົມອັນອົບອຸ່ນ, ການແບ່ງປັນ, ເປັນຕົ້ນແມ່ນໃນໄລຍະກູບາ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.

ທ່ານປະທານປະເທດ ເຊື່ອໝັ້ນວ່າ ສະຖາບັນ ກູບາ ມິດຕະພາບສາມັກຄີກັບບັນດາຊົນຊາດ, ສະມາຄົມມິດຕະພາບ ກູບາ ຫວຽດນາມ, ບັນດາໂຮງຮຽນ, ລຸ້ນໜຸ່ມຂອງ ກູບາ ຈະຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງອະດົມສົມບູນ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແບບພິເສດລະຫວ່າງສອງປະເທດ ໃນຖານສະຫາຍ ແລະ ອ້າຍນ້ອງເລິກເຊິ່ງກວ່າອີກ.

ແລະກໍ່ໃນຕອນບ່າຍວັນທີ 18 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມາຢ້ຽມຢາມ, ໂອ້ລົມ ກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກຢູ່ ກູບາ. ທ່ານປະທານປະເທດ ສະເໜີໃຫ້ສະຖານທູດ ຫວຽດນາມ ປະຈຳ ກູບາ ສະເໜີໃຫ້ກູບາຊຸກຍູ້ບັນດາໂຄງການຮ່ວມມືກັບ ຫວຽດນາມ ໃນຂົງເຂດກະສິກຳ, ສິນໃນນ້ຳ, ຜະລິດເຂົ້າສານ, ສາລີ ດ້ວຍບັນດາໂຄງການ, ລາຍການລະອຽດ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top