• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວຽດ​ນາມ ຟ້າມ​ມິ​ງ​ຈິງ ພົບ​ປະ​ກັບ​ບັນ​ດາ​ນັກ​ການ​ທູດ​ຍິງ ຫວຽດ​ນາມ ແລະ ສາ​ກົນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນການປະກອບສ່ວນຂອງແມ່ຍິງ ແລະ ມີຫຼາຍນັກວິລະຊົນຍິງໃນການອອກແຮງງານ, ການຕໍ່ສູ້, ການຜະລິດຫຼາຍຄົນ, ໃນນັ້ນມີບັນດານັກການທູດຍິງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບບັນດານັກການທູດຍິງ ຫວຽດນາມ ແລະ ສາກົນ

ບັນດານັກການທູດຍິງ ຈະແມ່ນປັດໄຈພິເສດ, ປະກອບສ່ວນສຳຄັນເພື່ອຫັນການປະຕິບັດແງ່ຫວັງຂອງມວນມະນຸດກ່ຽວກັບໂລກແຫ່ງສັນຕິພາບ, ມີຄວາມສະເໝີພາບ, ວັດທະນາຖາວອນ ແລະ ຜາສຸກໃຫ້ປະກົດຜົນເປັນຈິງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກຄືດັ່ງກ່າວຢູ່ການພົບປະກັບບັນດານັກການທູດຍິງ ຫວຽດນາມ ແລະ ສາກົນໃນຕອນຄ່ຳວັນທີ 10 ກໍລະກົດ ຢູ່ສຳນັກງານລັດຖະບານຢູ່ຮ່າໂນ້ຍ, ເນື່ອງໃນໂອກາດວັນແມ່ຍິງ ຂະແໜງການທູດສາກົນຂອງ ສປຊ (ວັນທີ 24 ມິຖຸນາ).

ໂດຍອວຍພອນບັນດານັກການທູດຍິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນການປະກອບສ່ວນຂອງແມ່ຍິງ ແລະ ມີຫຼາຍນັກວິລະຊົນຍິງໃນການອອກແຮງງານ, ການຕໍ່ສູ້, ການຜະລິດຫຼາຍຄົນ, ໃນນັ້ນມີບັນດານັກການທູດຍິງ, ພິເສດແມ່ນທ່ານນາງ ຫງວຽນທິບິ່ງ ອະດີດລັດຖະມົນຕີການຕ່າງປະເທດ, ອະດີດຮອງປະທານປະເທດ ຫວຽດນາມ, ກໍ່ຄືນັກການທູດຍິງດີເດັ່ນຈຳນວນໜຶ່ງ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດານັກການທູດຍິງ ຫວຽດນາມ ແລະ ສາກົນສືບຕໍ່ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນ, ຄຸນນະທາດເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ການຮ່ວມມື ແລະ ການພັດທະນາລວມຂອງ ສປຊ, ເປົ້າໝາຍຂອງແຕ່ລະປະເທດ.

ໂດຍກໍ່ເຂົ້າຮ່ວມການພົບປະ, ທ່ານນາງ Pauline Tamesis ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ເນັ້ນໜັກວ່າ ແມ່ຍິງ ຫວຽດນາມ ມີບັນດາການປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຫຼາຍຂົງເຂດ, ເປັນຕົ້ນແມ່ນການປະກອບສ່ວນເພື່ອໃຫ້ຫວຽດນາມ ກາຍເປັນຈຸດພົ້ນເດັ່ນກ່ຽວກັບສັນຕິພາບ ແລະ ຄວາມກ້າວໜ້າ.

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top