• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈີງ ເຂົ້າ​ຮ່ວມ​ເວ​ທີປາ​ໄສ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ສິງ​ກະ​ໂປ

ຢູ່ເວທີປາໄສ, ທ່ານຟ້າມມິງຈີງ ແລະ ການນຳບັນດາກະຊວງ, ອົງການຂຶ້ນກັບລັດຖະບານສອງປະເທດ ໄດ້ເປັນສັກຂີພິຍານໃນພິທີລກປ່ຽນ ຂໍ້ຕົກລົງຮ່ວມມືລະຫວ່າງອົງການ, ທ້ອງຖິ່ນ ຂອງສອງປະເທດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ກ່າວຄຳເຫັນທີ່ເວທີປາໄສ  

ໃນວາລະການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ເຂົ້າຮ່ວມເວທີວິປາໄສສາຫະກິດ ຫວຽດນາມ - ສິງກະໂປ ໂດຍມີການເຂົ້າຮ່ວມ ຂອງການນຳບັນດາກະຊວງ, ອົງການຂຶ້ນກັບລັດຖະບານ, ບັນດາອົງການ ແລະ ວິສາຫະກິດ ຂອງສອງປະເທດເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນຢູ່ເວທີປາໄສ, ທ່ານຟ້າມມິງຈີງ ໄດ້ຈ້ງໃຫ້ບັນດາຜູ້ແທນຮັບຊາບ ກ່ຽວກັບໝາກຜົນການພົບປະເຈລະຈາ ກັບທ່ານນາຍົກລັດຖະມົນຕີ ສິງກະໂປຫຼີຊຽນຫຼົງ, ໃນນັ້ນໄດ້ຕີລາຄາວ່າການພົວພັນສອງປະເທດ ກຳລັງຢູ່ໃນໄລຍະອັນດີງານ ແລະ ນັບມື້ນັບເພີ່ມທະວີ, ປັບປຸງ, ຊຸກຍູ້; ໂດຍຖື ນີ້ແມ່ນພື້ນຖານ, ສະພາບແວດລ້ອມສະດວກ ເພື່ອໃຫ້ຄູ່ຮ່ວມມື, ນັກລົງທຶນສືບຕໍ່ເສີມຂະຫຍາຍ ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ ແລະ ເພື່ອການພົວພັນອັນດີງາມລະຫວ່າງ ຫວຽດນາມ - ສິງກະໂປ, ບົນຫຼັກການ “ກົມກຽວຜົນປະໂຫຍດ, ແບ່ງປັນຄວາມສ່ຽງ”.

ຢູ່ເວທີປາໄສ, ທ່ານຟ້າມມິງຈີງ ແລະ ການນຳບັນດາກະຊວງ, ອົງການຂຶ້ນກັບລັດຖະບານສອງປະເທດ ໄດ້ເປັນສັກຂີພິຍານໃນພິທີລກປ່ຽນ ຂໍ້ຕົກລົງຮ່ວມມືລະຫວ່າງອົງການ, ທ້ອງຖິ່ນ ຂອງສອງປະເທດ.

 

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top