• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ ຄັ້ງ​ທີ 1 ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ

-ປີ 2022 ມີຫົວຂໍ້ "ສາມັກຄີ - ມີລະບຽບວິໄນ - ເປັນເຈົ້າການ - ຮັບມື - ປອດໄພ - ມີປະສິດທິຜົນ - ຟື້ນຟູ - ພັດທະນາ", ດັ່ງນັ້ນ, ວຽກງານປະຕິຮູບລະບຽບການບໍລິຫານຕ້ອງໄດ້ຮັບການຍູ້ແຮງເພື່ອຮັບໃຊ້ແກ່ຫົວຂໍ້ນີ້.

-ປີ 2022 ມີຫົວຂໍ້ "ສາມັກຄີ - ມີລະບຽບວິໄນ - ເປັນເຈົ້າການ - ຮັບມື - ປອດໄພ - ມີປະສິດທິຜົນ - ຟື້ນຟູ - ພັດທະນາ", ດັ່ງນັ້ນ, ວຽກງານປະຕິຮູບລະບຽບການບໍລິຫານຕ້ອງໄດ້ຮັບການຍູ້ແຮງເພື່ອຮັບໃຊ້ແກ່ຫົວຂໍ້ນີ້. 

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 09 ມີນາ, ຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ ໄດ້ຈັດວາລະປະຊຸມທຳອິດ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ, ເພື່ອຕີລາຄາສະພາບການປະຕິບັດວຽກງານໃນປີ 2021, ທິດທາງ, ໜ້າທີ່ໃນປີ 2022.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ປີ 2022 ມີຫົວຂໍ້ "ສາມັກຄີ - ມີລະບຽບວິໄນ - ເປັນເຈົ້າການ - ຮັບມື - ປອດໄພ - ມີປະສິດທິຜົນ - ຟື້ນຟູ - ພັດທະນາ", ດັ່ງນັ້ນ, ວຽກງານປະຕິຮູບລະບຽບການບໍລິຫານຕ້ອງໄດ້ຮັບການຍູ້ແຮງເພື່ອຮັບໃຊ້ແກ່ຫົວຂໍ້ນີ້. ກ່ຽວຂ້ອງເຖິງການປະຕິຮູບລະບອບລະບຽບການ, ກົງຈັກ, ຫົວໜ່ວຍຕ່າງໆຕ້ອງມີວິໄສທັດ, ໃກ້ຊິດຕິດແທດກັບສະພາບການຕົວຈິງ, ມີການກຳນົດທິດທີ່ຖືກຕ້ອງ, ຈັດຕັ້ງປະຕິບັດໃຫ້ເປັນຢ່າງດີ, ສ້າງກົງຈັກບໍລິຫານໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ. ບັນດາກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງຕ້ອງຮ່ວມແຮງຮ່ວມໃຈ, ລະບຽບການບໍລິຫານຕ້ອງໄດ້ຮັບການແກ້ໄຂຢ່າງວ່ອງໄວ. 

        “ເປົ້າໝາຍທີ່ພວກເຮົາວາງອອກແມ່ນຕ້ອງສ້າງບາດກ້າວບຸກທະລຸກ່ຽວກັບການປະຕິຮູບລະບຽບການບໍລິຫານ, ໂດຍສະເພາະແມ່ນກ່ຽວຂ້ອງເຖິງປະຊາຊົນ, ວິສາຫະກິດ, ເພື່ອປຸກລຸກ ແລະ ລະດົມທຸກແຫຼ່ງກຳລັງເພື່ອພັດທະນາປະເທດຊາດ. ທີສອງແມ່ນຍົກສູງປະສິດທິພາບ, ປະສິດທິຜົນໃນການບໍລິຫານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ. ທັດສະນະລົງທຶນໃສ່ການປະຕິຮູບບໍລິຫານ ແມ່ນລົງທຶນໃສ່ການພັດທະນາ, ການລົງທຶນຕ້ອງມີຈຸດສຸມ ແລະ ບໍ່ກະແຈກກະຈາຍ; ຖືປະສິດທິຜົນຂອງວຽກງານຮັບໃຊ້ປະຊາຊົນ, ວິສາຫະກິດ ແລະ ຍົກສູງປະສິດທິຜົນການບໍລິຫານເປັນໄມ້ວັດແກ່ການປະຕິຮູບລະບຽບການບໍລິຫານຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ”.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຜັນຂະຫຍາຍໂຄງການສັງລວມຂອງການປະຕິຮູບລະບຽບການບໍລິຫານຂອງລັດ ໄລຍະ 2021 - 2030 ຢ່າງຂ້ຽວຂາດ, ມີປະສິດທິພາບ, ປະສິດທິຜົນ; ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຫັນລະບຽບການບໍລິຫານທັງໝົດເປັນງ່າຍດາຍ, ໂດຍສະເພາະແມ່ນລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງປະຊາຊົນ, ວິສາຫະກິດ; ສຸມໃສ່ຜັນຂະຫຍາຍໂຄງການຫັນຂໍ້ກຳນົດທີ່ກ່ຽວຂ້ອງເຖິງການດຳເນີນທຸລະກິດ ໄລຍະ 2020 – 2025 ເປັນງ່າຍດາຍ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top