• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ຢູ່​ແຂວງ​ຈ່າ​ວີງ 2020

ຕອນເຊົ້າວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ແຂວງ ຈ່າວີງ, ໂດຍເປັນກອງປະຊຸມສົ່ງເສີມການລົງທຶນຄັ້ງທຳອິດຢູ່ບັນດາທ້ອງຖິ່ນຂອງປີໃໝ່ 2020, ດ້ວຍຫົວຂໍ້ “ຈ່າວີງ - ຄວາມສາມາດບົ່ມຊ້ອນ ກາລະໂອກາດໃນການລົງທຶນ ແລະ ພັດທະນາ”.


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ຽມຢາມບັນດາຮ້ານວາງຂາຍສິນຄ້າທີ່ກອງປະຊຸມ

(ພາບ: VGP) 


ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກ 5 ຈຸດໃຫຍ່ກໍ່ຄືໂຄງການດຳເນີນງານຂອງ ແຂວງ ທີ່ຮ່ວມເດີນທາງພ້ອມກັບນັກລົງທຶນ. ນີ້ແມ່ນ: ຈ່າວີງຕ້ອງສ້າງຮູບແບບຮ່ວມສຳພັນພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ທີ່ສອງແມ່ນຈ່າວີງຄວນພິຈາລະນາ ການວາງແຜນຜັງບັນດາເຂດອຸດສາຫະກຳ ຕາມທິດ ອຸດສາຫະກຳຮັບໃຊ້ກະສິກຳ, ປຸງແຕ່ງສິນໃນນ້ຳ, ທີ່ ສາມແມ່ນບໍ່ເອົາສິ່ງແວດລ້ອມແລກເອົານັກລົງທຶນ. ທີ່ 4 ແມ່ນ ຈ່າວີງຄວມມີມາດຕະການບຸກທະລຸ, ສ້າງເງື່ອນໄຂໃຫ້ແກ່ນັກລົງທຶນໃໝ່, ທີ່ 5 ແມ່ນຕ້ອງມີຈິນຕະນາການບຸກທະລຸ.

ທີ່ກອງປະຊຸມ, ການນຳແຂວງຈ່າວີງໄດ້ມອບໃບຢັ້ງຢືນການລົງທຶນໃຫ້ແກ່ 5 ໂຄງການດ້ວຍຍອດເງິນລົງທຶນ ກ່ວາ 5.300 ຕື້ດົ່ງ (ເກືອບ 229 ລ້ານ USD), ມອບບົດບັດທຶກຊ່ວຍຈຳໃຫ້ແກ່ 19 ໂຄງການດ້ວຍຍອດເງິນລົງທຶນ 205.000 ຕື້ ດົ່ງ (ກ່ວາ 8.8 ຕື້ USD).

(ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top