ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ Adylbek Kasymaliev ຢ້ຽມຢາມເຂດຮ່ອງຮອຍປະທານ ໂຮ່ຈິມິນ
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Adylbek Kasymaliev ນາຍົກລັດຖະມົນຕີ ສ. Kyrgyzstan ແຕ່ວັນທີ 6-7 ມີນາ, ຕອນເຊົ້າວັນທີ 7 ມີນາ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ Adylbek Kasymaliev ໄດ້ໄປຢ້ຽມຢາມເຂດຮ່ອງຮອຍປະທານ ໂຮ່ຈິມິນ ທີ່ທຳນຽບປະທານປະເທດຢູ່ນະຄອນຫຼວງ ຮ່າໂນ້ຍ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ Adylbek Kasymaliev ໄດ້ໄປວາງພວງມາລາຢູ່ສຸສານປະທານ ໂຮ່ຈິມິນ.
ຢູ່ເຂດຮ່ອງຮອຍປະທານ ໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແນະນຳໃຫ້ ທ່ານນາຍົກລັດຖະມົນຕີ Adylbek Kasymaliev ກ່ຽວກັບເຮືອນຮ້ານຂອງລຸງ ໂຮ່, ພ້ອມດ້ວຍຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ ຜູ້ຍິງໃຫ່ຍ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກ.
ສ່ວນທ່ານນາຍົກລັດຖະມົນຕີ Adylbek Kasymaliev ໄດ້ສະແດງຄວາມເຄົາລົບນັບຖືທ່ານປະທານໂຮ່ຈິມິນ; ທ່ານສະແດງຄວາມປະທັບໃຈຕໍ່ພື້ນຖານວັດທະນະທຳ, ມູນເຊື້ອປະຫວັດສາດ ຫວຽດນາມ ແລະ ຕີລາຄາສູງລົດຊາດກາເຟ, ວັດທະນະທຳກາເຟ ຫວຽດນາມ.