• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈີ້ງ ຢ້ຽມ​ຢາມ​ສູນ​ເຕັກ​ໂນ​ໂລ​ຊີ Brainport ສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ວິ​ສາ​ຫະ​ກິດ​ເຕັກ​​ໂນ​ໂລ​ຊີ ແຖວ​ໜ້າ​ຂອງ ໂຮນ​ລັງ

ຕອນເຊົ້າວັນທີ 11 ທັນວາ ຕາມເວລາທ້ອງຖີ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເລີ່ມຕົ້ນການຢ້ຽມຢາມ ລາຊາອານາຈັກ ໂຮນລັງ ຢ່າງເປັນທາງການ, ໂດຍໄປຢ້ຽມຢາມ ສູນເຕັກໂນໂລຊີ Brainport ໂຮນລັງ (BIC), ນະຄອນ Eindhoven, ສະຖານທີ່ເຕົ້າໂຮມບັນດາວິສາຫະກິດເຕັກໂນໂລຊີ ແຖວໜ້າຂອງ ຮອນແລນ - ແລະໄດ້ຮັບວ່າເປັນຮ່ອມພູ Silicon ຂອງທະວີບ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢ້ຽມຢາມສູນເຕັກໂນໂລຊີ Brainport ສະຖານທີ່ເຕົ້າໂຮມບັນດາວິສາຫະກິດເຕັກໂນໂລຊີ ແຖວໜ້າຂອງ ໂຮນລັງ  

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ໄດ້ກຳນົດເປົ້າໝາຍຮອດ ປີ 2023, ກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ, ລາຍໄດ້ປານກາງສູງ ແລະ ຮອດປີ 2045, ກາຍເປັນປະເທດພັດທະນາ, ລາຍໄດ້ສູງ. ທ່ານນາຍົກລັດຖະມົນຕີ ສະເໜີ ໂຮນລັງ ໜູນຊ່ວຍ ຫວຽດນາມ ກໍ່ສ້າງສູນເຕັກໂນໂລຊີ ປ່ຽນແປງໃໝ່ປະດິດຄິດສ້າງ, ເລີ່ມຕົ້ນດ້ວຍບາດກ້າວລະອຽດ ແລະ ບັນລຸປະສິດທິຜົນໃນແຕ່ລະເດືອນປີ. ທ່ານນາຍົກລັດຖະມົນຕີ ກໍ່ຍັງໄດ້ສະເໜີ ໂຮນລັງ ໜູນຊ່ວຍກໍ່ສ້າງ Brainport ຢູ່ ຮ່າໂນ້ຍ ຕາມຮູບແບບ Brainport ຢູ່ Eindhoven ດ້ວຍແຜນກຳນົດ, ກົນໄກ, ນະໂຍບາຍສອດຄ່ອງ, ເສີມຂະຫຍາຍບົດບາດຂອງ “ສາມຂົງເຂດ” (ລັດ, ສະຖາບັນ-ໂຮງຮຽນ ແລະ ວິສາຫະກິດ), ລະດົມແຫຼ່ງກຳລັງ, ໃນນັ້ນມີ ການຮ່ວມມືຂອງບັນດາວິສາຫະກິດ ໃຫຍ່ຈາກເອີຣົບ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top