• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄວ້ອາ​ໄລ​, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ຕໍ່​ປະ​ທານ ໂຮ່​ຈີ​ມິນ ແລະ ບັນ​ດາ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ເງະ​ອານ

ເນື່ອງໃນໂອກາດລະນຶກເຖິງ 75 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນເຊົ້າວັນທີ 23 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງ ສູນກາງ ໄດ້ໄປໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ ແລະ ບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ເງະອານ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍດອກໄມ້, ຈູດທູບໄວ້ອາໄລຢູ່ວິຫານ ໂຮ່ຈີມິນຢູ່ໃນສຸສານນັກຮົບເສຍສະລະຊີວິດເພື່ອຊາດ.ສາກົນ ຫວຽດນາມ-ລາວ (ພາບ: ເຢືອງຢາງ/TTXVN)  

ຖະຫວາຍດອກໄມ້, ຈູດທູບໄວ້ອາໄລຢູ່ວິຫານ ຈູງເຊີນ ແລະ ຖະຫວາຍດອກໄມ້, ຈູດທູບໄວ້ອາໄລປະທານ ໂຮ່ຈີມິນ ຢູ່ ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ກິມລຽນ (ຕາແສງ ກິມລຽນ, ເມືອງ ນາມດານ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດການປະຕິວັດປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ຕໍ່ສູ້ໃຫ້ແກ່ພາລະກິດຍາດເອົາສັນຕິພາບ ແລະ ຄວາມຜາສຸກມາໃຫ້ຊາດ ຫວຽດນາມ ແລະ ປະຊາຊົນໃນທົ່ວໂລກ; ປະຕິຍານວ່າຈະສືບຕໍ່ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບົດ, ແບບແຜນການດຳລົງຊີວິດຂອງສູງສົ່ງຂອງເພິ່ນ, ປະກອບສ່ວນສ້າງສາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ, ວັດທະນາຖາວອນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ.

ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນ ໄດ້ໄປຖະຫວາຍດອກໄມ້, ຈູດທູບໄວ້ອາໄລ ຢູ່ເຂດປູຊະນີຍະສະຖານ ປະຫວັດສາດແຫ່ງຊາດ ຈວງໂບ່ນ ຢູ່ຕາແສງ ໝີເຊີນ, ເມືອງໂດເລືອງ, ແຂວງ ເງະອານ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top