ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງການຄ້າ ຕວັກກີ Omer Bolat
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ກະຊວງກນາຄ້າ ຕວັກກີ ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ ສອງປະເທດ ຊຸກຍູ້ບາງມາດຕະການລະອຽດ ເພື່ອເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ - ຕວັກກີ ໃນໄລຍະເໝາະສົມໂດຍໄວ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ ຈັດກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ຕວັກກີ ຢູ່ Ankara ໃນປີໜ້າ, ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນສອງປະເທດ.
ສ່ວນທ່ານລັດຖະມົນຕີກະຊວງການຄ້າ ຕວັກກີ Omer Bolat ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດບຸລິມະສິດແຖວໜ້າຂອງ ຕວັກກີຢູ່ພາກພື້ນ ອາຊີ - ປາຊີຟິກ, ທ່ານໃຫ້ຮູ້ວ່າ ພາຍຫຼັງບັນດາໂຄງການລົງທຶນທີ່ປະສົບຜົນສຳເລັດໃນເບື້ອງຕົ້ນ, ນັບມື້ນັບມີຫຼາຍກຸ່ມບໍລິສັດ, ວິສາຫະກິດ ຕວັກກີມີຄວາມເອົາໃຈໃສ່ຕໍ່ຕະຫຼາດ ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ເປັນທ່າແຮງຂອງຕວັກກີ.