• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລ​ັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ

ວັນທີ 4 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng ທີ່ພວມມີການຢ້ຽມຢາມ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng (ພາບ: VGP)  
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີອົງການທີ່ມີໜ້າທີ່ຮັບຜິດຊອບກະຊວງພາຍໃນ ລາຊະອານາຈັກກຳປູເຈຍ ແລະ ກະຊວງຕຳຫຼວດ ຫວຽດນາມ ສືບຕໍ່ເພີ່ມທະວີການຕໍ່ສູ້ບັນດາຄະດີລວມສຳລັບອາດຊະຍາກຳ, ເປັນຕົ້ນແມ່ນອາດຊະຍາກຳຂ້າມຊາດ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng ພ້ອມກັບບັນດາການນຳກຳປູເຈຍ ສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງກຳປູເຈຍ ມີວິທີການແກ້ໄຂທີ່ເໝະສົມເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຄົມເຊື້ອຊາດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top