• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບທ່ານນາງ Helga Margarete ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ເຢ​ຍ​ລະ​ມັນ

ວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Helga Margarete ເອກອັກຄະລັດຖະທູດ ເຢຍລະມັນ ເນື່ອງໃນໂອກາດ ເລີ່ມຕົ້ນການມາປະຕິບັດວຽກງານທາງການທູດຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານນາງ Helga Margarete ເອກອັກຄະລັດຖະທູດ ເຢຍລະມັນ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມພາກພູມໃຈເມື່ອເຫັນວ່າ ພາຍລັງ ເກືອບ 50 ປີ, ການພົວພັນ ຫວຽດນາມ - ເຢຍລະມັນສືບຕໍ່ມີການພັດທະນາຢ່າງດີງາມ. ປັດຈຸບັນ, ເຢຍລະມັນ ແມ່ນຄູ່ຮ່ວມມືທາງດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນສະຫະພາບ ເອີລົບ (EU) ດ້ວຍວົງເງິນການຄ້າໃນປີ 2023 ບັນລຸກ່ວາ 11 ຕື້ USD. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງ ເລື່ອງອຳນາດການປົກຄອງເຢຍລະມັນ ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກທີ່ເປັນປົກກະຕິຢູ່ເຢຍລະມັນ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ສອງຝ່າຍຍາດແຍ່ງບັນດາກາລະໂອກາດ ຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ທ່ານສະເໜີສະພາແຫ່ງຊາດ ເຢຍລະມັນຮັບຮອງເອົາສັນຍາອາລັກຂາການລົງທຶນ(EVIPA) ໂດຍໄວ, ຊຸກຍູ້ຄະນະກຳມະການເອີລົບແກ້ໄຂບັນຫາບັດເຫຼຶືອງ IUU ສຳລັບສິນໃນນຳ ຫວຽດນາມໂດຍໄວ, ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນກັນຢູ່ເວທີປາໄສສາກົນ ແລະ ພາກພື້ນ.

ສ່ວນທ່ານນາງ Helga Margarete ເອກອັກຄະລັດຖະທູດ ເຢຍລະມັນ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງເຢຍລະມັນຢູ່ພາກພື້ນ ແລະ ໃຫ້ຄຳໝັ້ນສັນຍາ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນສອງປະເທດ. ທ່ານນາງ Helga Margarete ກໍ່ແບ່ງປັນບັນດາຄວາມເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ ຫວຽດນາມ ພາຍຫຼັງພາຍຸ Yagi ແລະ ໃຫ້ຮູ້ວ່າ ຈະສືບຕໍ່ໜູນຊ່ວຍຫວຽດນາມ ຜ່ານບັນດາກົນໄກຫຼາຍຝ່າຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top