ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ຍົກຂອບເຂດເງິນລົງທຶນ ຫວຽດນາມ - ໂອແມນ ຂຶ້ນລະດັບ 1 ຕື້ USD
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບຮູ້ ແລະ ຕີລາຄາສູງບົດບາດປະຈັນບານ, ມີປະສິດທິຜົນ ແລະ ຍຸດທະສາດຂອງກອງເງິນລົງທຶນ ຫວຽດນາມ - ໂອມານ (VOI) ໃນຕະຫຼອດກວ່າ 17 ປີເຄື່ອນໄຫວຢູ່ ຫວຽດນາມ, ສະເໜີວິໄສທັດຍາວໄກ, ຈິນຕະນາການລົງທຶນແບບຍືນຍົງ ແລະ ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບການພັດທະນາ ເສດຖະກິດ - ສັງຄົມຂອງ ຫວຽດນາມ.
ທ່ານນາຍົກລັດຖມົນຕີ ສະເໜີໃຫ້ ໂອມານ ເປີດກວ້າງ, ຍົກຂອບເຂດກອງເງິນລົງທຶນ ຫວຽດນາມ - ໂອມານຂຶ້ນລະດັບ 1 ຕື້ USD ເພື່ອໜູນຊ່ວຍຄວາມຕ້ອງການລົງທຶນ, ພັດທະນາຂອງ ຫວຽດນາມ ໄດ້ຫຼາຍກວ່າອີກ. ພ້ອມທັງເຂົ້າຮ່ວມການໜູນຊ່ວຍພັດທະນາເສດຖະກິດເອກະຊົນຂອງ ຫວຽດນາມ, ກໍຄືໃນຂົງເຂດກະສິກຳ, ອາຫານຂະແໜງ Halal.
ສ່ວນທ່ານຮອງປະທານອົງການລົງທຶນແຫ່ງຊາດ ໂອມານ, Nasser bin Suliman Al Harthi ຢັ້ງຢືນວ່າ ໂອມານ ຖືເປັນສຳຄັນເລື່ອງເພີ່ມທະວີການຮ່ວມມືກັບ ຫວຽດນາມ, ພິເສດແມ່ນການຮ່ວມມືລົງທຶນ - ຂົງເຂດທີ່ມີກຳລັງບົ່ມຊ້ອນ ແລະ ແມ່ນຈຸດເດັ່ນໃນການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາ. ທ່ານກໍເຜີຍໃຫ້ຮູ້ກ່ຽວກັບການສ້າງຕັ້ງກອງທຶນການເຕີບໂຕໃນສັງກາດໃໝ່ ຂອງຫວຽດນາມ ດ້ວຍຈຳນວນທຶນໜ້ອຍສຸດ 200 ລ້ານ USD ແລະ ຈະເປັນບຸລິມະສິດລົງທຶນເຂົ້າບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນຄື: ເຕັກໂນໂລຢີ, ໂທລະຄົມມະນາຄົມ, ການເງິນ, ກະສິກຳ halal, ຫັນເປັນດີຈີຕອນ… ຢູ່ ຫວຽດນາມ.
ຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Steven Kobos ປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Excelerate Energy ແລະ ຄູ່ຮ່ວມງານທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ໃນການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍກຸ່ມບໍລິສັດດັ່ງກ່າວ ແລະ ບໍລິສັດໃຫຍ່ອາຍແກັດ ຫວຽດນາມ ທີ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື; ສະເໜີ ກຸ່ມບໍລິສັດສືບຕໍ່ຄົ້ນຄວ້າ, ພິຈາລະນາເປີດກວ້າງ ແລະ ເພີ່ມທະວີການຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ໃນການສະໜອງມາດຕະການເຕັກໂນໂລຢີ ແລະ ແຫຼ່ງສະໜອງ ນ້ຳມັນທາດເຫຼວ ໃນຍາວນານ.