• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ​​ພົບ​ປະ​ໂອ້​ລົມ​ກັ​ບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປ່​ຸນ

ຕອນບ່າຍວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະໂອ້ລົມກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide  ເຊິ່ງພວມຢ້ຽມຢາມ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

ການພົບປະໂອ້ລົມລະຫວ່າງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  Suga Yoshihide ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມງິນ (ພາບ:VOV5)

ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide  ສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໂດຍຜ່ານການຮັບນັກຝຶກງານ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ. ທ່ານນາງກໍປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຮັກສາການຢ້ຽມຢາມ, ພົບປະແລກປ່ຽນໃນທຸກຂັ້ນ, ໂດຍສະເພາະແມ່ນລະຫວ່າງການນຳຂັ້ນສູງ.

        ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ສະແດງຄວາມຂອບອົກຂອບໃຈມາຍັງສະພາແຫ່ງຊາດຫວຽດນາມ ທີ່ໄດ້ມອບຜ້າອັດປາກຈຳນວນ 20.000 ອັນໃຫ້ແກ່ ຍີ່ປຸ່ນ; ພ້ອມທັງ ປາດຖະໜາວ່າ ຈະພ້ອມກັບ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຍີ່ປຸ່ນ ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີຕາມກົດໝາຍສາກົນ.

        ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຟ້າມມິນຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກມິດຕະພາບ ຫວຽດນາມ - ຍີ່ປຸ່ນ ກໍໄດ້ມີການພົບປະໂອ້ລົມກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide   ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top