• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ​ລົງ​ພົບ​ປະ​ກັ​ບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຟອງ​ດ່ຽນ, ນະ​ຄອນ​ເກິ່ນ​ເທີ

ໂດຍສືບຕໍ່ລາຍການພົບປະກັບຜູ້ມີສິດເລືອກຄັ້ງພາຍຫຼັງກອງປະຊຸມ, ຕອນເຊົ້າວັນທີ 18 ມິຖຸນາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຟອງດ່ຽນ, ນະຄອນເກິ່ນເທີ.

ການພົບປະກັບຜູ້ມີສິດເລືອກຄັ້ງ (ພາບ: ດຶກຈ້ອງ /TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໃຫ້ຮູ້ວ່າ ບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງກ່ອນກອງປະຊຸມໄດ້ຮັບການຮວບຮວມຈາກຄະນະສະມາຊິກສະພາແຫ່ງຊາດ, ຫຼັງຈາກນັ້ນຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ກໍ່ໄດ້ລາຍງານກ່ຽວກັບການແກ້ໄຂບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງໃນກອງປະຊຸມສະໄໝສະມັນເທື່ອທີ 6. ຄຽງຄູ່ກັນນັ້ນ, ຜູ້ມີສິດເລືອກຕັ້ງກໍ່ມີຄວາມສົນໃຈທີ່ສຸດເຖິງເລື່ອງກະຊວງ, ຂະແໜງການໃດຈະຕອບຄຳຄິດເຫັນ ຂອງຜູ້ມີສິດເລືອກຕັ້ງ, ຮ່ວມເດີນທາງກັບຜູ້ມີສິດເລືອກຕັ້ງໃນບັນຫານີ້. ສະພາແຫ່ງຊາດຈະເພີ່ມທະວີການຕິດຕາມກວດກາຢ່າງແໜ້ນແຟ້ນ.

        ກ່ອນໜ້ານັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ເຂົ້າຮ່ວມພິທີເລີ່ມລົງມືການກໍ່ສ້າງຫໍບູຊາບັນດາເຈົ້າຊີວິດຮູ່ງຢູ່ນະຄອນເກິນເທີດ້ວຍຍອດເງິນລົງທຶນລວມມູນຄ່າ 129 ຕື້ ດົ່ງໂດຍ ວັນຟູ໊ ເປັນຜູ້ອຸປະຖຳ, ອອກແບບ ແລະ ດຳເນີນກໍ່ສ້າງ, ເນື້ອທີ່ເກືອບ 40 ພັນ ຕາແມັດ, ດ້ວຍຫໍບູຊາບັນດາເຈົ້າຊີວິດຮູ່ງ 14ແຫ່ງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top