• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານໝໍຍິງເສນາຮັກ ສ້າງຄວາມຫວັງຢູ່ເຂດຊາຍແດນ

ຊີວິດຂອງນາງແມ່ນເສັ້ນທາງແຫ່ງຄວາມມານະພະຍາຍາມ ແລະ ສຸດຈິດສຸດໃຈຕໍ່ວຽກງານ.
ທ່ານນາງພັນເອກ ຮອງສາດສະດາຈານ ປອ ຫງວຽນກີມໜືຫຽວ (ພາບ: hanoimoi.vn)

ໃນຂະບວນການແຂ່ງຂັນຮັກຊາດ ປີ 2025 ພັນເອກ ຮອງສາດສະດາຈານ ປອ ຫງວຽນກີມໜືຫຽວ ອະດີດຮອງຜູ້ອຳນວຍການໂຮງໝໍສູນກາງເສນາຮັກ 108 ແມ່ນໜຶ່ງໃນບັນດາແບບຢ່າງດີເດັ່ນ, ເຖິງວ່າອາຍຸໄດ້ສູງແລ້ວກໍ່ຕາມ ແຕ່ຍັງຄົງສຸມຈິດສຸມໃຈອຸທິດສ່ວນ. ຊີວິດຂອງນາງແມ່ນເສັ້ນທາງແຫ່ງຄວາມມານະພະຍາຍາມ ແລະ ສຸດຈິດສຸດໃຈຕໍ່ວຽກງານ. ນັບແຕ່ຊຸມວັນເດືອນປີແຫ່ງການຕໍ່ຕ້ານທີ່ລຳບາກກາກກຳ ຕະຫຼອດຮອດສະໄໝສັນຕິພາບ ນາງບໍ່ພຽງແຕ່ແມ່ນທ່ານໝໍທີ່ສຸດຈິດສຸດໃຈຕໍ່ວຽກງານເທົ່ານັ້ນ ຫາກຍັງມີຄວາມເມົາມົວກັບການເຄື່ອນໄຫວ ເພື່ອການກຸສົນໂດຍສະໝັກໃຈ ຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ ແຕ່ບືນຕົວຂຶ້ນໃນການດຳລົງຊີວິດ.

ໃນຫ້ອງກວດພະຍາດທີ່ໂຮງໝໍສູນການເສນາຮັກ 108 ພັນເອກ ຮອງສາດສະດາຈານ ປອ ຫງວຽນກີມໜືຫຽວ ເຖິງວ່າອາຍຸ 80 ປີປາຍແລ້ວກໍ່ຕາມ ແຕ່ນາງຍັງເມົາມົວອຸທິດສ່ວນ 

ເດື່ອນ ພຶດສະພາ ປີ 1965 ນາງ ໜືຫຽວ ນັກສຶກສາແພດສາດພ້ອມກັບນັກສຶກສາມະຫາວິທະຍາໄລແພດສາດ ຮ່າໂນ້ຍ ໄດ້ສະໝັກໃຈເດີນທາງເຂົ້າຖັນແຖວກອງທັບເພື່ອໄປເບິ່ງແຍງດູແລທະຫານເຈັບປ່ວຍໃນຊຸມວັນເດືອນປີຕໍ່ຕ້ານຢ່າງດຸເດືອດ. ເດືອນ ມັງກອນ ປີ 1972 ນາງໄດ້ຮັບຂໍ້ຕົກລົງເດີນທາງໄປສະໜາມຮົບ ກວ໋າງຈິ ຂະນະທີ່ພວມຖືພາລູກກົກ ເຊິ່ງຜົວກໍ່ແມ່ນເພື່ອນຮ່ວມກົມກອງ ສາດສະດາຈານ ຫງວຽໜເລິນຢຸງ. ນາງ ຫຽວ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າຍາມໃດກໍ່ມີຄວາມຫວັງຢາກໄປສະໜາມ ເພາະວ່າຢາກລົງໄປຕົວຈິງ ແຕ່ບໍ່ຢາກນັ່ງຢູ່ເຮືອນແຫ່ງທີ່ບໍ່ແມ່ນສະໜາມຮົບດຸເດືອດ. ດັ່ງນັ້ນຂ້າພະເຈົ້າພ້ອມກັບຜົວ ໄດ້ຕົກລົງປຶກສານຳກັນເດີນທາງໄປສະໜາມຮົບ ເຖິງວ່າ ຈະປະສົບກັບຄວາມຫຍຸ້ງຍາກລຳບາກກໍ່ຕາມ”.

ໂດຍໄດ້ກັບຄືນຈາກສົງຄາມ, ພັນເອກ ຮອງສາດສະດາຈານ ປອ ຫງວຽກີມໜືຫຽວ ສືບຕໍ່ອຸທິດສ່ວນຕະຫຼອດຊີວິດຂອງຕົນ ໃຫ້ແກ່ຂະແໜງແພດສາດເສນາຮັກ. ນາງໄດ້ຜ່ານຫຼາຍຖານະຕຳແໜ່ງວຽກງານ ຈະຢູ່ບໍ່ວ່າໃນຖານະຕຳແໜງ່ໃດ ຍາມໃດນາງກໍ່ຮັກສາຄວາມດຸໝັ່ນຂະຫຍັນພຽງ ແບບແຜນການເຮັດວຽກແບບມີວິທະຍາສາດ ມີປະສິດທິຜົນ ແລະ ພິເສດ ແມ່ນຮຽນຮູ້ຢ່າງບໍ່ຢຸດຢັ້ງ. ນາງ ຫຽວ ໃຫ້ຮູ້ຕື່ມອີກວ່າ:

 “ເຖິງວ່າຢູ່ໃນເກັນອາຍຸໃດກໍ່ຕາມ ແຕ່ກໍ່ລ້ວນແຕ່ຮຽນຮູ້ ເພາະວ່າບໍ່ຮຽນກໍ່ບໍ່ສາມາດກຳແໜ້ນລະດັບຄວາມຮູ້ທີ່ໃໝ່ອ່ຽມຢ່າງທັນການໄດ້. ເຮົາແມ່ນທ່ານໝໍໄດ້ພັກບຳນານແລ້ວ ແຕ່ກໍ່ຍັງຄົງຕ້ອງສືບຕໍ່ຮ່ຳຮຽນ ເຂົ້າເຖິງລະດັບຄວາມຮູ້ໃໝ່ ເພື່ອນຳຜົນປະໂຫຍດມາໃຫ້ສັງຄົມ”.

ປີ 2003 ນາງ ຫຽວ ໄດ້ພັກບຳນານ ແຕ່ນາງມີຄວາມສຳນຶກວ່າ ເຮົາບໍ່ອາດນັ່ງລລ້າໆໄດ້, ສຸຂະພາບກໍ່ຍັງແຂງແຮງກໍ່ຍັງອຸທິດສ່ວນຢູ່. ແລະ ເສັ້ນທາງໃໝ່ສຳລັບນາງໄດ້ປາກົດຂຶ້ນ. ນາງ ຫຽວ ເປີດເຜີຍວ່າ:

“ເຖິງວ່າອາຍຸສູງແລ້ວກໍ່ຕາມ ແຕ່ເຮົາຍັງສາມາດເຮັດໄດ້ຫຍັງ ກໍ່ຕ້ອງພະຍາຍາມເຮັດ ແລະ ບໍ່ພຽງແຕ່ເຊັ່ນນັ້ນ ເຮົາກໍ່ຍັງພະຍາຍາມແຜ່ກະຈາຍໃຫ້ຄົນອື່ນເຮັດນຳ”.

ຮອງສາດສະດາຈານ ປອ ໜືຫຽວ ພ້ອມກັບເພື່ອນມອບຮູບແບບການໜູນຊ່ວຍພັດທະນາເສດຖະກິດໃຫ້ພໍ່ແມ່ປະຊາຊົນ ເຊີນລາ (ພາບ: ຮອງສາດສະດາຈານ ປອ ໜືຫຽວ)

ໃນກວ່າ 20 ປີທີ່ຜ່ານມາ, ຮອງສາດສະດາຈານ ປອ ໜືຫຽວ ມີຄວາມເມົາມົວເຂົ້າຮ່ວມການເຄື່ອນໄຫວສັງຄົມຫຼາຍຢ່າງ, ເປັນສະມາຊິກຄະນະບໍລິຫານງານສະມາຄົມນັກຮົບເກົ່າ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ ດີໂອຊິນ. ນາງພ້ອມກັບບັນດາໝູ່ເພື່ອນໄດ້ສ້າງຕັ້ງກຸ່ມປັນຍາຊົນຍິງ - ເພື່ອນຂອງເພື່ອນ ພ້ອມກັບບັນດາໂຄງການ ຄື ລ້ຽງແບ້ແຜ່ພັນ ຢູ່ ຫຼອງເສິບ, ປູກຊາຊານຕວຽດ, ລ້ຽງໝູປ່າຢູ່ຕາແສງ ຈ່ຽງເຄື່ອ ຊ່ວຍຫຼາຍຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ປົວແປງຊີວິດການເປັນຢູ່. ແບ່ງປັນກ່ຽວກັບວຽກງານກຸສົນ ໂດຍສະໝັກໃຈຂອງນາງ ຫຽວ, ນາງ ຫງວຽນທິຮຽນຮຶງ ຮອງຫົວໜ້າກຸມປັນຍາຊົນຍິງ - ເພື່ອນຂອງເພື່ອນ ເປີດເຜີຍວ່າ:

“ທ່ານໝໍ ຫຽວ ແມ່ນຜູ້ສ້າງແຫຼ່ງບັນດານໃຈ ແລະ ໄດ້ແກ່ດຶງຫຼາຍຄົນເຂົ້າຮ່ວມ ເປັນຕົ້ນແມ່ນບັນດາເພື່ອນໜຸ່ມ, ບັນດານັກວິທະຍາສາດ. ຈາກເປັນທະຫານຢູ່ສະໜາມຮົບ ແຕ່ຄາວເປັນໄວໜຸ່ມຈົນຮອດປັດຈຸບັນ, ທ່ານໝໍ ຫຽວ ຍັງມີຄຸນລັກສະນະຂອງທະຫານ ແລະ ມີຈິດໃຈເມດຕາປານີ”.

ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງນາງ ຫຽວ ໄດ້ຮັບການຢັ້ງຢືນຜ່ານການໄດ້ຮັບຫຼາຍລາງວັນອັນສູງສົ່ງຄື ຫຼຽນໄຊ ຫຼຽນກາ ແລະ ຫຼຽນທີ່ລະລຶກຢ່າງຫຼວງຫຼາຍ. ຊີວິດຂອງນາງ ຫຽວ ແມ່ນຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ຄຸນນະທາດອັນສູງສົ່ງຂອງທະຫານລຸງ ໂຮ່. ນາງໄດ້ມີຊີວິດທີ່ມີຄວາມໝາຍ ແລະ ເຕັມໄດ້ຄວາມຮັກແພງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ ຕຸ​ລາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ ຕຸ​ລາ

ຕອນເຊົ້າວັນທີ 8 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນຕຸລາ ໂດຍມີການເຊື່ອມຕໍ່ແບບທາງໄກກັບບັນດາທ້ອງຖິ່ນ.

Top