• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຮັບດຳລົງຕຳແໜ່ງເປັນຮອງເລຂາທິການໃຫຍ່ ອາຊຽນ ຢ່າງເປັນທາງການ

      ວັນທີ 15 ກຸມພາ, ທ່ານຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບວຽກງານ ປະຊາຄົມ ແລະ ວຽກງານ ພາຍໃນ ເຈິ່ນດຶກບິ່ງ ພ້ອມດ້ວຍທ່ານຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມ ການເມືອງ  - ຄວາມໝັ້ນຄົງ Robert Matheus Michael Tene ໄດ້ຮັບດຳລົງຕຳແໜ່ງຢ່າງເປັນທາງການ.
ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຮັບດຳລົງຕຳແໜ່ງເປັນຮອງເລຂາທິການໃຫຍ່ ອາຊຽນ ຢ່າງເປັນທາງການ
(ພາບ: ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ)
      ໃນແຈ້ງການສື່ມວນຊົນສະບັບໜຶ່ງ, ຄະນະເລຂາ ອາຊຽນ ໃຫ້ຮູ້ວ່າ, ພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງ ໂດຍທ່ານລາຂາທິການໃຫຍ່ ອາຊຽນ Dato Lim Jock Hoi ເປັນປະທານ, ຮອງເລຂາທິການໃຫຍ່ ອາຊຽນຄົນໃໝ່ 2 ຄົນ ຄືທ່ານ ເຈິ່ນດຶກບິ່ງ ແລະ ທ່ານ Robert Matheus Michael Tene ຈະດຳລົງຕຳແໜ່ງໃນອາຍຸການ 3 ປີ ແຕ່ປີ 2021 ຫາປີ 2024.
        ສຳລັບທ່ານຮອງເລຂາທິການໃຫຍ່ ອາຊຽນ ເຈິ່ນດຶກບິ່ງ ຈະຮັບຜິດຊອບການປະຕິບັດວຽກງານຄຸ້ມຄອງພາຍໃນ, ບຸກຄະລາກອນ, ການເງິນ ແລະ ງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ວຽກງານພິທີການ, ຄຸ້ມຄອງວຽກງານຖະແຫຼງຂ່າວສື່ສານ, ການປະຊາສຳພັນ, ນິຕິກຳ, ຄຸ້ມຄອງບັນດາໂຄງການ ແລະ ບັນດາລາຍການຮ່ວມມືກັບຄູ່ຮ່ວມມືຂອງ ອາຊຽນ… ເປັນອັນວ່າ, ໃນໄລຍະ 11 ປີຢ່າງລຽນຕິດ (ແຕ່ເດືອນ ມັງກອນ ປີ 2013 ຫາ ເດືອນ ກຸມພາ ປີ 2024), ຫວຽດນາມ ລ້ວນແຕ່ມີຜູ້ຕາງໜ້າໃນຄະນະການນຳ ແລະ ບໍລິຫານຂອງຄະນະເລຂາ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top