• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ໃນ​ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ

ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອ​ບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສີ​ລັງ​ກາ, ວັນ​ທີ 08 ພຶດ​ສະ​ພາ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ໃນ​ສະ​ພາ​ແຫ່ງ​ຊາດ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ປະ​ຊາ​ທິ​ປະ​ໄຕ ສີ​ລັງ​ກາ. ເຂົ້າ​ຮ່ວມ​ວາ​ລະ​ດັ່ງ​ກ່າວ​ຍັງ​ມີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ປາ​ໄສຕໍ່​ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ (ພາບ: TTXVN)  

ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້ແບ່ງ​ປັນ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ ແລະ ບົດ​ຮຽນ​ປະ​ສົບ​ການ​ຂອງ ຫວຽດ​ນາມ. ທ່ານ​ກ່າວ​ວ່າ:

“ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ເປົ້າ​ໝາຍ ແລະ ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ. ການພັດ​ທະ​ນາ​ບໍ່​ພຽງ​ແຕ່​ແມ່ນ​ການ​ເຕີ​ບ​ໂຕ GDP ເທົ່າ​ນັ້ນ, ການ​ພັດ​ທະ​ນາ​ຕ້ອງ​ໄດ້​ວັດ​ແທກ​ດ້ວຍ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີກວ່າ​ຂອງ​ປະ​ຊາ​ຊົນ, ດ້ວຍ​ໂອ​ກາດ​ຮ່ຳ​ຮຽນ​ຂອງ​ເດັກ, ດ້ວຍ​ວຽກ​ເຮັດ​ງານ​ທຳ​ທີ່​ຖາ​ວອນ​ຂອງ​ຜູ້​ອອກ​ແຮງ​ງານ, ດ້ວຍ​ຄວາມ​ປອດ​ໄພ​ຂອງ​ຊຸມ​ຊົນ ແລະ ຄວາມ​ເຊື່ອ​ໝັ້ນ​ຂ​ອງ​ປະ​ຊາ​ຊົນ. ດ້ວຍ​ທັດ​ສະ​ນະ “ປະ​ຊາ​ຊົນ​ເປັນ​ກົກ”, ຫວຽດ​ນາມ ຍາມ​ໃດ​ກໍ​ຕິດ​ພັນ​ການ​ເຕີ​ບ​ໂຕ​ເສດ​ຖະ​ກິດ​ກັບ​ຄວາມ​ທຸກ​ຍາກ, ການ​ໜູນ​ຊ່ວຍ​ສັງ​ຄົມ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ຍ​ົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີວ​ິດ. ປະ​ຊາ​ຊົນ ບໍ່​ພຽງ​ແຕ່​ແມ່ນ​ເປົ້າ​ໝາຍ​ຊົມ​ໃຊ້​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຈົ້າ​ກຳ​ປະ​ດິດ​ຄິດ​ສ້າງ, ຜູ້​ເຂົ້າ​ຮ່ວມ ແລະ ເຈົ້າ​ຂອງວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ອີກ​ດ້ວຍ”.

ທ​່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ​ໄດ້​ສະ​ເໜີ​ບັນ​ດາ​ທິດ​ທາງ​ການ​ຮ່ວມ​ມື​ໃຫຍ່​ເພື່ອ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ຜ​ັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ. ໃນ​ນັ້ນ ມີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ, ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ.

ກ່ອນ​ໜ້າ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ຄະ​ນະຜູ້​ແທນ ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ແລະ ຢ້​ຽມ​ຢາມ​ເຂດ​ວາງ​ສະ​ແດງກ່ຽວ​ກັບ ​ປະ​ທານ ໂຮ່​ຈີ​ມິນ ຢູ່​ຫໍ​ສະ​ໝຸດ​ຊຸມ​ຊົນ Colombo.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຕອນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ວັນ​ບຸນ​ເກມ ຫວຽດ​ນາມ - Vietnam GameVerse 2026 ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ບືນ​ຕົວ​ອອກ​ສູ່​ທະ​ເລ​ທີ່​ກວ້າງ​ໃຫຍ່​ - Do local, go global" ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເຫ​ດ​ການ​ດັ່ງ​ກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງບ​ັນ​ດາ​ຄູ່​ຮ່ວມ​ມື​ມາ​ຈາກ ສ.ເກົ​າຫຼີ, ຈີນ, ອາ​ເມ​ລິ​ກາ, ຍີ່​ປຸ່ນ… ພ້ອມ​ດ້ວຍ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ, ຄື: Google, Meta, Bytedance, Roblox, Riot… ແລະ ບັນ​ດາ​ທິມ​ງານ Esports ທີ່​ມາ​ຈາກ 11 ປະ​ເທດ ອາ​ຊຽນ.

Top