• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລມິນຮຶງ ນາຍົກລັດຖະມົນຕີ ຕ້ອນຮັບ ປະທານ ຄະນະກວດກາ ສູນກາງພັກ, ປະ​ທານອົງການກວດກາ ແຫ່ງລັດ ລາວ

ສອງປະເທດ ຈະສືບຕໍ່ ໃຫ້ຄວາມເອົາໃຈໃສ່ ຊີ້ນຳ, ສ້າງເງື່ອນໄຂ​ສະ​ດວກ ເພື່ອໃຫ້ ບັນດາ ອົງການ ກວດກາ, ຂອງສອງປະເທດ ສືບຕໍ່ ເພີ່ມທະວີ ສາຍພົວພັນ ຮ່ວມມື, ປະສານສົມ​ທົບ​ກັນຜັນຂະຫຍາຍ ບັນດາ ຂໍ້ຕົກລົງ ຮ່ວມມື ທີ່ໄດ້ເຊັນກັນແລ້ວຢ່າງມີປະສິດທິຜົນ, ປະກອບສ່ວນ ເພີ່ມພູນຄູນສ້າງ ​ເພື່ອ​ໃຫ້ສາຍພົວພັນແບບພິເສດ ຫວຽດນາມ - ລາວ ​ພັດ​ທະ​ນາຢ່າງບໍ່ຢຸດຢັ້ງ.
  ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ຕ້ອນຮັບ ທ່ານ ວັນໄຊ ພອງສະຫວັນ ກຳມະການ ກົມການເມືອງ, ປະທານ ຄະນະກວດກາສູນກາງພັກ, ປະ​ທານ ອົງການກວດກາ ແຫ່ງລັດ (ພາບ: VNA)  

ວັນ​ທີ 25 ສິງ​ຫາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນ ໃນການຕ້ອນຮັບ ທ່ານ ວັນໄຊ ພອງສະຫວັນ ກຳມະການ ກົມການເມືອງ, ປະທານ ຄະນະກວດກາສູນກາງພັກ, ປະ​ທານ ອົງການກວດກາ ແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງສູນກາງ ລາວ, ທີ່ກຳລັງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ ສອງຝ່າຍ ສືບ​ຕໍ່​ປະ​ຕິ​ບັດບັນດາຂໍ້ຕົກລົງ, ບົດບັນທຶກຊ່ວຍ​ຈຳ​ວ່າ​ດ້ວຍການຮ່ວມມື ທີ່ໄດ້ເຊັນກັນໃຫ້​ມີ​ປະ​ສິດ​ທິ​ຜົນ; ເພີ່ມທະວີ ການແລກປ່ຽນ ບົດຮຽນ ກ່ຽວກັບ ວຽກງານ ກວດກາ, ການຕ້ອນຮັບ ພົນ​ລະ​ເມືອງ, ການແກ້ໄຂ ຄຳຮ້ອງທຸກ​ກ່າວ​ໂທດ, ປ້ອງ​ກັນ, ຕ້ານ ການສໍ້ລາດບັງຫຼວງ, ການຟູມເຟືອຍ, ປະກົດການຫຍໍ້ທໍ້; ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ ບຳລຸງ​ກໍ່ສ້າງພະນັກງານ, ແລກປ່ຽນ ວິຊາສະເພາະ ແລະ ແບ່ງປັນ ບົດຮຽນປະ​ສົບ​ການ ກ່ຽວກັບ ການປັບປຸງ ລະບອບລະ​ບຽບ​ການ, ຍົກສູງປະສິດທິຜົນ ວຽກງານ ກວດກາ, ຕິດຕາມກວດ​ກາ.

ສ່ວນທ່ານ ວັນໄຊ ພອງສະຫວັນ ຫວັງຢ່າງຍິ່ງວ່າ ລັດຖະບານ ສອງປະເທດ ຈະສືບຕໍ່ ໃຫ້ຄວາມເອົາໃຈໃສ່ ຊີ້ນຳ, ສ້າງເງື່ອນໄຂ​ສະ​ດວກ ເພື່ອໃຫ້ ບັນດາ ອົງການ ກວດກາ, ຂອງສອງປະເທດ ສືບຕໍ່ ເພີ່ມທະວີ ສາຍພົວພັນ ຮ່ວມມື, ປະສານສົມ​ທົບ​ກັນຜັນຂະຫຍາຍ ບັນດາ ຂໍ້ຕົກລົງ ຮ່ວມມື ທີ່ໄດ້ເຊັນກັນແລ້ວຢ່າງມີປະສິດທິຜົນ, ປະກອບສ່ວນ ເພີ່ມພູນຄູນສ້າງ ​ເພື່ອ​ໃຫ້ສາຍພົວພັນແບບພິເສດ ຫວຽດນາມ - ລາວ ​ພັດ​ທະ​ນາຢ່າງບໍ່ຢຸດຢັ້ງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມ APEC ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ: ຫວຽດນາມ ສະເໜີ 4 ທິດທາງຮ່ວມມືຍຸດທະສາດ

ກອງປະຊຸມ APEC ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ: ຫວຽດນາມ ສະເໜີ 4 ທິດທາງຮ່ວມມືຍຸດທະສາດ

ວັນ​ທີ 25 ສິງ​ຫາ​, ຢູ່ ຫາງໂຈ (ປະ​ເທດ ຈີນ​), ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ຄັ້ງ​ທີ 11 ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ ຂະ​ແໜງ​ກະ​ສິ​ກຳ ມາ​ຈາກ 21 ພື້ນ​ຖານ​ເສດ​ຖະ​ກິດສະ​ມາ​ຊິກ​.

Top