• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຈລະຈາກັບທ່ານປະທານາທິບໍດີລັດເຊຍV.Putin

      ໃນຂອບເຂດການຢ້ຽມຢາມລັດເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 6 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ອອກຈາກນະຄອນຫລວງ ມົດສະກູ ເດີນທາງເຖິງນະຄອນ Shochi. ນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ V. Putin. 

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະທ່ານປະທານາທິບໍດີ ລັດເຊຍ V. Putin 
(ພາບ: Sputnik)
      ກ່າວຄຳເຫັນທີ່ການເຈລະຈາ, ທ່ານປະທານາທິບໍດີ V. Putin ຊົມເຊີຍ ແລະ ຕີລາຄາສູງການຢ້ຽມຢາມລັດເຊຍຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດສັງຄົມຂອງຫວຽດນາມ, ຊົມເຊີຍບັນດາການປະກອບສ່ວນສຳຄັນຂອງຫວຽດນາມ ສຳລັບສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ. ທ່ານປະທານາທິບໍດີ ລັດເຊຍ ຢືນຢັນ: ລັດເຊຍ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວຫນ້າຢູ່ພາກພື້ນ ອາຊີ ປາຊີຟິກ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະເປັນຂີດໝາຍສຳຄັນ, ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງບັນດາຜົນງານທຸກດ້ານຊື່ງລັດເຊຍ ບັນລຸໄດ້ໃນໄລຍະຜ່ານມາ, ປັບປຸງທີ່ຕັ້ງສຳຄັນຂອງລັດເຊຍ ໃນເວທີສາກົນ. ທ່ານເລຂາທິການໃຫຍ່ ຢືນຢັນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຖືລັດເຊຍ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສຳຄັນ ແລະ ໄວ້ເນື້ອເຊື່ອໃຈແຖວຫນ້າຂອງຫວຽດນາມ, ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈ່ຳການສະຫນັບສະຫນູນ ແລະ ການຊ່ວຍເຫລືອສຸດອົກສຸດໃຈ ຊື່ງປະຊາຊົນ ລັດເຊຍ ໄດ້ສະຫງວນໃຫ້ແກ່ຫວຽດນາມ ກ່ອນນີ້ກໍ່ຄືໃນປະຈຸບັນ.
ທີ່ການເຈລະຈາ, ການນຳສອງທ່ານໄດ້ແລກປ່ຽນບັນດາມາດຕະການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top