• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງເຂົ້າຮ່ວມ,ຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກນະຄອນຮ່າໂນ້ຍ

      ທາງນະຄອນໄດ້ປະຕິບັດສຳເລັດ ແລະ ລື່ນກາຍທຸກຄາດໝາຍເຊິ່ງມະຕິກອງປະຊຸມໃຫຍ່ອົງຄະນະພັກຊຸດທີ 16 ໄດ້ວາງອອກ

(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງກ່າວຄຳເຫັນຊີ້ນຳກອງປະຊຸມ)
      ຕອນເຊົ້າວັນທີ 12 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຮ່າໂນ້ຍ ຄັ້ງທີ 17 ອາຍຸການ 2020 – 2025 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ. ເຂົ້າຮ່ວມກອງປະຊຸມນີ້ຍັງມີທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ແລະ ບັນດາອະດີດການນຳພັກ, ລັດ.
        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ມີບັນດາວິທີເຮັດວຽກທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ ນຳບັນດາແຜນນະໂຍບາຍ, ມະຕິຂອງພັກ, ບັນດາລັດຖະນະໂຍບາຍ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ເຂົ້າສູ່ຊີວິດ. ພິເສດ, ທາງນະຄອນໄດ້ປະຕິບັດສຳເລັດ ແລະ ລື່ນກາຍທຸກຄາດໝາຍເຊິ່ງມະຕິກອງປະຊຸມໃຫຍ່ອົງຄະນະພັກຊຸດທີ 16 ໄດ້ວາງອອກ, ດ້ວຍ 4 ຄາດໝາຍລື່ນກາຍແຜນການ, ໃນນັ້ນມີ 3 ຄາດໝາຍປະຕິບັດສຳເລັດກ່ອນກຳນົດເວລາ 2 ປີ. ເນັ້ນໜັກເຖິງທີ່ຕັ້ງ, ບົດບາດ, ຄວາມສຳຄັນພິເສດຂອງຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ຖືວ່າ:
         “ມີຄຳຖາມໜຶ່ງທີ່ໄດ້ຍົກອອກມານັ້ນແມ່ນ: ນະຄອນຫຼວງຈະພັດທະນາຄືແນວໃດໃນບັນດາທົດສະວັດທີ່ຈະມາເຖິງ? ຂ້າພະເຈົ້າຖືວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຮ່າໂນ້ຍ ຄວນມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງ, ຄົບຖ້ວນກວ່າກ່ຽວກັບບົດບາດ, ທີ່ຕັ້ງ ແລະ ຄວາມຮັບຜິດຊອບຂອງນະຄອນຫຼວງ ແລະ ຂອງອົງຄະນະພັກນະຄອນຫຼວງ. ຮ່າໂນ້ຍ ມີບົດບາດ, ທີ່ຕັ້ງສຳຄັນພິເສດ, ມີທ່າແຮງ, ຄວາມສາມາດບົມຊ້ອນຫຼາຍຢ່າງ ທີ່ບໍ່ມີຢູ່ແຫ່ງໃດ. ສະນັ້ນ, ອົງຄະນະພັກນະຄອນຮ່າໂນ້ຍ ຄວນມີວິໄສທັດບໍ່ພຽງແຕ່ 1-2 ອາຍຸການເທົ່ານັ້ນ, ຫາກຍັງກວ້າງໄກກວ່າອີກ, ດ້ວຍບັນດາວິທີປະຕິບັດ, ບາດກ້າວເດີນທີ່ເໝາະສົມໃຫ້ແກ່ແຕ່ລະໄລຍະລະອຽດ ແລະ ເໝາະສົມກັບແນວຄິດຍຸດທະສາດພັດທະນາສັງລວມຂອງປະເທດຫວຽດນາມ ໃນໄລຍະຈະມາເຖິງ”.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top