• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່,ທ່ານນາຍົກລັດຖະມົນຕີຫວຽດນາມຕ້ອນຮັບລັດຖະມົນຕີການຕ່າງປະເທດຈີນ

      ຕອນບ່າຍວັນທີ 03 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ໄດ້ໃຫ້ການຕ້ອນຮັບທ່ານຫວາງອີ້, ລັດຖະມົນຕີກະຊວງການຕ່າງປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານຫວາງອີ້, ລັດຖະມົນຕີກະຊວງການຕ່າງປະເທດຈີນ)
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ພັກ, ລັດ ຫວຽດນາມ ສະເໝີຕົ້ນສະເໝີປາຍຖືເປັນສຳຄັນການປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພ້ອມແລ້ວທີ່ຈະພ້ອມກັບຈີນ ມານະຍາຍາມນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ເຂົ້າສູ່ລວງເລິກ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ເພີ່ມທະວີການພົບປະລະຫວ່າງການນຳຂັ້ນສູງ 2 ປະເທດ, ຍູ້ແຮງການພົບລະຫວ່າງພັກ 2 ປະເທດ, ຊຸກຍູ້ການຮ່ວມມືບຳລຸງສ້າງພະນັກງານ, ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດຢ່າງແທດຈິງ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ້ ຢືນຢັນວ່າ, ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ຖືເປັນສຳຄັນສາຍພົວພັນກັບ ຫວຽດນາມ, ຖືວ່າສອງປະເທດແມ່ນປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ.
          ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ້ ປາຖະໜາວ່າສອງຝ່າຍພ້ອມກັນມານະພະຍາຍາມ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ.
          ແລະ ກໍ່ໃນຕອນບ່າຍວັນທີ 3 ພະຈິກ, ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ້ ໃນໂອກາດທີ່ທ່ານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top