ຕອນທ່ຽງວັນທີ 20 ຕຸລາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ແຕ່ວັນທີ 20 – 22 ຕຸລາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ແຟງລັງ Alexander Stubb.
ນີ້ແມ່ນການຢ້ຽມຢາມ ແຟງລັງ ຄັ້ງທຳອິດຂອງການນຳຂັ້ນສູງສຸດຂອງຫວຽດນາມ, ເຊິ່ງໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ຖືການພົວພັນກັບ ແຟງລັງ ເປັນສຳຄັນ, ແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ມີທີ່ຕັ້ງແຖວໜ້າໃນສະຫະພາບ ເອີລົບ (ອີຢູ) ກ່ຽວກັບນະວັດຕະກຳ, ການສຶກສາ, ການຫັນເປັນສີຂຽວ ແລະ ເສດຖະກິດພູມປັນຍາ.