• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສະພາທະເລ ລັດເຊຍ ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມ ກ່ຽວກັບການຄົ້ນຄວ້ານະໂຍບາຍທະເລ, ຄົ້ນຄວ້າວິທະຍາສາດທະເລ ແລະ ມະຫາສະໝຸດ, ພັດທະນາລະບົບພື້ນຖານໂຄງລ່າງທະເລ.
ທີ່ການຕ້ອນຮັບ (ພາບ: dangcongsan.vn)

ວັນທີ 16 ກັນຍາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລສະຫະພັນ ລັດເຊຍ ທ່ານ Nikolai Patrusev, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 15 – 18 ກັນຍາ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສະພາທະເລ ລັດເຊຍ ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມ ກ່ຽວກັບການຄົ້ນຄວ້ານະໂຍບາຍທະເລ, ຄົ້ນຄວ້າວິທະຍາສາດທະເລ ແລະ ມະຫາສະໝຸດ, ພັດທະນາລະບົບພື້ນຖານໂຄງລ່າງທະເລ, ບັນດາເສັ້ນທາງຄົມມະນາຄົມຂົນສົ່ງທາງທະເລ; ໜູນຊ່ວຍ ຫວຽດນາມ ໃນການຄຸ້ມຄອງ ແລະ ຂຸດຄົ້ນທະເລແບບຍືນຍົງ, ມີປະສິດທິຜົນ ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ລັດເຊຍ ສະໜັບສະໜູນຫຼັກໝັ້ນ, ທັດສະນະຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບທະເລຕາເວັນອອກ, ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).

ສ່ວນທ່ານ Nikolai Patrusev ຢືນຢັນວ່າ, ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຮ່ວມມືກັນຢ່າງແໜ້ນແຟ້ນໃນການສ້າງບັນດາເສັ້ນທາງທະເລສາກົນໃຫ້ສົມບູນແບບ, ໃນນັ້ນນຳໃຊ້ບັນດາທ່າກຳປັ່ນນ້ຳເລິກຂອງ ຫວຽດນາມ ຄືດັ່ງສູນການສາງ.

ເນື່ອງໃນໂອກາດນີ້, ທ່ານ Nikolai Patrusev ໄດ້ປະດັບຫຼຽນກາ “ເພື່ອການຮ່ວມມືໃນຂົງເຂດທະເລ”ໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ.

ໃນວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍ່ໄດ້ໃຫ້ການຕ້ອນຮັບຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລສະຫະພັນ ລັດເຊຍ ທ່ານ Nikolai Patrusev ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top