• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ ມາເວລ ທົ່ວໂລກ

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ພວມ ແລະ ພະຍາຍາມສືບຕໍ່ປ່ຽນແປງໃໝ່ລະບອບລະບຽບການ, ປັບປຸງນະໂຍບາຍ, ກົດໝາຍ ເພື່ອສ້າງເງື່ອນໄຂສະດວກໃຫ້ ບັນດາກິດຈະກຳລົງທຶນ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຕ້ອນຮັບ ທ່ານ ຊັນດີບ ບາລາທີ, ປະທານກຸ່ມບໍລິສັດ ມາເວລ ທົ່ວໂລກ, ສະຫະລັດອາເມຣິກາ (ພາບ: TTXVN)

ວັນທີ 1 ຕຸລາ, ຢູ່ສຳນັກງານຫ້ອງວ່າການສູນກາງພັກ (ຮ່າໂນ້ຍ), ທ່ານ ໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຕ້ອນຮັບ ທ່ານ ຊັນດີບ ບາລາທີ, ປະທານກຸ່ມບໍລິສັດ ມາເວລ ທົ່ວໂລກ, ສະຫະລັດອາເມຣິກາ.

        ໃນການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ພວມ ແລະ ພະຍາຍາມສືບຕໍ່ປ່ຽນແປງໃໝ່ລະບອບລະບຽບການ, ປັບປຸງນະໂຍບາຍ, ກົດໝາຍ ເພື່ອສ້າງເງື່ອນໄຂສະດວກໃຫ້ ບັນດາກິດຈະກຳລົງທຶນ, ການດຳເນີນທຸລະກິດຂອງບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ. ທ່ານ ເລຂາທິການໃຫຍ່ ໄດ້ຍົກອອກບູລິມະສິດ ຈຳນວນໜຶ່ງ ເພື່ອໃຫ້ ກຸ່ມບໍລິສັດ ມາເວລ ເພີ່ມທະວີການລົງທຶນຢູ່ ຫວຽດນາມ, ໃນນັ້ນມີການຊ່ວຍເຫຼືອ ຫວຽດນາມ ສ້າງສູນຂໍ້ມູນ, ພັດທະນາຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ບຳລຸງແຫຼ່ງຊັບພະຍາກອນມະນຸດ

        ສ່ວນ ທ່ານ ຊັນດີບ ບາລາທີ, ປະທານກຸ່ມບໍລິສັດ ມາເວລ ທົ່ວໂລກ ໄດ້ຕີລາຄາສູງວິໄສທັດຂອງການນຳຫວຽດນາມສຳລັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດຂອງ ທ່ານ ເລຂາທິການໃຫຍ່ແລະຢືນຢັນວ່າກຸ່ມບໍລິສັດຈະສືບຕໍ່ຮ່ວມມືໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳປ່ຽນແປງໃໝ່;ໃຫ້ຄຳໝັ້ນສັນຍາຊຸກຍູ້ການ ພັດທະນາລະບົບນິເວດ ເຄິ່ງຊັກນຳໄຟຟ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອໃຫ້ ຫວຽດນາມ ກາຍເປັນຕ່ອງໂສ້ສຳຄັນໃນລະບົບນິເວດທົ່ວໂລກຂອງກຸ່ມບໍລິສັດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ພົບປະກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ

ທ່ານປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ພົບປະກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ

ໃນການພົບປະ, ທ່ານ ປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ສະແດງຄວາມປາດຖະໜາຢາກສືບຕໍ່ແລກປ່ຽນກັບ ຫວຽດນາມ ກ່ຽວກັບບັນດາປະສົບການ ແລະ ບົດຮຽນທີ່ໄດ້ມາຈາກວິວັດການພັດທະນາຂອງແຕ່ລະປະເທດ.

Top