ທີ່ການຕ້ອນຮັບທ່ານ Budiarsa Sastrawinata, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Ciputra, ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍກຸ່ມບໍລິສັດ Ciputra ສືບຕໍ່ລົງທຶນພັດທະນາຕົວເມືອງສີຂຽວ, ຕົວເມືອງອັດສະລິຍະ ແລະ ການທ່ອງທ່ຽວ, ດ້ວຍບັນດາໂຄງການມີຂອບຂະໜາດໃຫຍ່ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
ທີ່ການຕ້ອນຮັບທ່ານ Patrick Walujo, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Gojek ແລະ ທ່ານ Garibaldi Thohir, ປະທານ PT Alamtri Resources, ທ່ານເລຂາທິການໃຫຍ່ສະເໜີໃຫ້ກຸ່ມບໍລິສັດ Gojek ຄົ້ນຄວ້າຮ່ວມມືກັບບັນດາອົງການການເງິນຂອງ ຫວຽດນາມ ເພື່ອແບ່ງປັນບົດຮຽນພັດທະນາການເງິນດີຈີຕອນ, ທະນາຄານດີຈີຕອນ, ສູນການເງິນສາກົນຢູ່ ຫວຽດນາມ… ສຳລັບກຸ່ມບໍລິສັດ PT Alamtri Resources ທ່ານເລຂາທິການໃຫຍ່ ເຈະຈີ້ມການເພີ່ມທະວີການຮ່ວມມືເຄື່ອນໄຫວຂຸດຄົ້ນແຮ່ທາດທີ່ເປັນມິດກັບສິ່ງແວດລ້ອມ; ພັດທະນາພະລັງງານທົດແທນ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນຢູ່ ຫວຽດນາມ.
ແລະກໍ່ໃນຕອນບ່າຍວັນທີ 09 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Anindya Bakrie, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (KADIN).
ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີປະກາດສາຍການບິນໂດຍກົງ ນະຄອນ ໂຮ່ຈີມິນ - Denpasar (ອິນໂດເນເຊຍ). ນີ້ແມ່ນສາຍການບິນທີ 2 ຂອງ Vietnam Airlines ເຊື່ອມຕໍ່ລະຫວ່າງ ຫວຽດນາມ - ອິນໂດເນເຊຍ, ຍົກຈຳນວນຖ້ຽວບິນ ລະຫວ່າງ 2 ປະເທດຂອງບໍລິສັດຂຶ້ນເປັນ 14 ຖ້ຽວຕໍ່ອາທິດ.