• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຂົ້າຮ່ວມພິທີໄຂກອງປະຊຸມຕຳຫຼວດທົ່ວປະເທດ


(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
ກ່າວຄຳເຫັນທີ່ກອງປະຊຸມ)
      ຕອນ​ເຊົ້າ​ວັນ​ທີ 26/12, ກອງ​ປະຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ ຖືກ​​ໄຂຂຶ້ນ​ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ເພື່ອ​ສະຫຼຸບ, ຕີ​ລາຄາ​ສະພາບ​ການ; ໝາກຜົນ​ວຽກ​ງານ​ທຸກ​ດ້ານ​ຂອງ​ຕຳຫຼວດ ​ແລະ ຂະ​ບວນການ​​ແຂ່ງຂັນ “​ເພື່ອ​ຄວາມສະຫງົບ​ປອດ​ໄພຂອງ​ປະ​ເທດຊາດ” ປີ 2016; ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ປົກ​ປັກ​ຮັກສາ​ຄວາ​ມສະ​ຫງົ​ບປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ປຸກລະດົມ​ຂະ​ບວນການ​​ແຂ່ງຂັນປີ 2017 ​ໃນ​ກຳລັງ​ຕຳຫຼວດປະຊາຊົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໃຫ້​ຮູ້​ວ່າ, ປີ 2017 ​ແມ່ນ​ປີ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ​ເປັນ​ປີ​ທີ 2 ປະຕິບັດ​ມະຕິ​ກອງ​ປະຊຸ​ມ​ໃຫຍ່​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ ​ແລະ ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຕ​ຳຫຼວດສູນ​ກາງ​ຄັັ້ງທີ 6. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ຮຽກຮ້ອງ​​ໃຫ້ກຳລັງ​ຕຳຫຼວດ ສືບຕໍ່​ເອົາ​ໃຈ​ໃສ່ວຽກ​ງານກໍ່ສ້າງພັກ, ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ໃຫ້​ປອດ​ໄສ, ​ເຂັ້ມ​​ແຂງ; ສືບ​ຕໍ່​ຊາບຊິຶມຢ່າງ​ເລິກ​ເຊິ່ງ, ຫັນ​ບັນດາ​ທັດສະນະ​, ​ແນ​ວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ​ເປັນ​ລະອຽດ ​ແລະ ຕ້ອງ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ, ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ໝູ່​ຄະນະ​ເພື່ອຮັກ​ສາ​ຄວາ​ມສະຫງົບ​ປອດ​ໄພ​ແຫ່ງ​ຊາດ…
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top