ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81
ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.
ທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ທ່ານ John Mahama, ປະທານາທິບໍດີ Ghana ປາດຖະໜາຢາກໃຫ້ ຫວຽດນາມ ໜູນຊ່ວຍ Ghana ໃນຂົງເຂດກະສິກຳ, ພິເສດແມ່ນການປູກເຂົ້າ. ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມເຫັນດີຕໍ່ບັນດາຂໍ້ສະເໜີຂອງ ການນາ ແລະ ໃຫ້ຮູ້ວ່າ ຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງຜັນຂະຫຍາຍໂດຍໄວຕາມທິດມີປະສິດທິຜົນ ແລະ ແທດຈິງ.
ທີ່ການພົບປະລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານ Tshering Tobgay, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ບູຖານ, ສອງຝ່າຍໄດ້ເຫັນດີນຳກັນຈະເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ການແລກປ່ຽນວັດທະນະທຳ, ສິລະປະ, ຄົ້ນຄວ້າເລື່ອງເປີດສາຍການບິນໂດຍກົງລະຫວ່າງສອງປະເທດ, ຊຸກຍູ້ການແລກປ່ຽນປະຊາຊົນ.
ທີ່ພົບປະກັບທ່ານ Khalilur Rahman, ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ບັນດາບຸລິມະສິດ ແລະ ຂໍ້ລິເລີ່ມຂອງປະທານສະມັດຊາໃຫຍ່ ສປຊ ເພື່ອຫັນບັນດາເປົ້າໝາຍໃຫ້ປະກົດຜົນເປັນຈິງ.
ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດການຢາ Pfizer.






