ຕອນບ່າຍວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ລາຮາບານາ, ປະເທດ ກຸຍບາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ Manuel Marrero Cruz, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ສ.ກຸຍບາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ Manuel Marrero Cruz ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ກຸຍບາ ຢືນຢັນວ່າ, ຈະສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຄື່ອນໄຫວດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດ ກຸຍບາ. ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍຕັ້ງໜ້າເສີມຂະຫຍາຍສັນຍາການຄ້າລະຫວ່າງ 2 ປະເທດ; ເຫັນດີຊຸກຍູ້ການຄົ້ນຄວ້າ, ເປີດກວ້າງການຮ່ວມມືດ້ານກະສິກຳ ແລະ ອຸດສາຫະກຳປຸງແຕງອາຫານ, ການຢາ, ເຕັກໂນໂລຊີຊີວະສາດ, ການບໍລິການສາທາລະນະສຸກ…
ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນກຸຍບາ Esteban Lazo Hérnandez, ຢູ່ສຳນັກງານສະພາແຫ່ງຊາດ ກຸຍບາ, ທີ່ນະຄອນຫຼວງ ລາຮາບານາ. ຢູ່ທີ່ນີ້, ອີກເທື່ອໜຶ່ງ, ທ່ານ ໂຕເລິມ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ປະຊາຊົນ ຫວຽດນາມ ສາມັກຄີ, ສະໜັບສະໜູນຢ່າງແຮງຕໍ່ການປະຕິວັດ ກຸຍບາ, ຮຽກຮ້ອງຫ້ຢຸດຕິບັນດາມາດຕະການຂວ້ຳບາດເພື່ອຕ້ານ ກຸຍບາ.