• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສົ່ງສານອວຍພອນເຖິງສະພາທົ່ວປະເທດ ພັກກອມມູນິດ ຝລັ່ງ

      ການພົວພັນມິດຕະພາບ, ຄວາມສາມັກຄີສັດຊື່ບໍລິສຸດ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຝລັ່ງ, ລະຫວ່າງປະຊາຊົນສອງປະເທດໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງຈາກການນຳສອງພັກລຸ້ນຕ່າງໆ, ເຊິ່ງເປັນພະຍາດຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ລະຫວ່າງ ນັກກອມມູນິດ. 

ທ່ານເລຂາທິການໃຫຍ່, ປະທານປະເທດ  ຫງວຽນຝູຈ້ອງ (ພາບ: TTXVN)
      ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຝລັ່ງ ແລະ 100 ປີແຫ່ງວັນຈັດຕັ້ງກອງປະຊຸມໃຫຍ່ Tours ( 25 – 30 ທັນວາ 1920 – 25 – 30 ທັນວາ 2020), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນ ໄປເຖິງສະພາທົ່ວປະເທດ ພັກກອມມູນິດຝລັ່ງ, ໃນສານອວຍພອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ເນັ້ນໜັກວ່າ:
            ການພົວພັນມິດຕະພາບ, ຄວາມສາມັກຄີສັດຊື່ບໍລິສຸດ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຝລັ່ງ, ລະຫວ່າງປະຊາຊົນສອງປະເທດໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງຈາກການນຳສອງພັກລຸ້ນຕ່າງໆ, ເຊິ່ງເປັນພະຍາດຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ລະຫວ່າງ ນັກກອມມູນິດ. ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ການໜູນຊ່ວຍທາງດ້ານວັດຖຸ ແລະ ຈິດໃຈຢ່າງແທດຈິງ ແລະ ມີປະສິດທິຜົນ ເຊິ່ງນັກກອມມູນິດ ແລະ ປະຊາຊົນຝລັ່ງ ໄດ້ສະຫງວນໃຫ້ປະຊາຊົນ ຫວຽດນາມໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາແລະປົກປັກຮັກສາປະເທດຊາດໃນປັດຈຸບັນ, ຕັ້ງໜ້າປະກອບສ່ວນພັດທະນາການພົວພັນລະຫວ່າງ ສອງປະເທດ ຫວຽດນາມ ແລະ ຝລັ່ງ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top