• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

      ຕອນບ່າຍວັນທີ 01 ຕຸລາ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະບານລາວ ໂດຍທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ນໍາໜ້າ ພວມຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ
ທອງລຸນ ສີສຸລິດ (ພາບ: TTXVN)
      ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງນາຍົກລັດຖະມົນຕີ ຫວຽດນາມ - ລາວ. ພ້ອມທັງສະເໜີ ສອງຝ່າຍ ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ເປັນເຈົ້າການ, ຕັ້ງໜ້າ ສົມທົບກັນຢ່າງແໜ້ນແຟ້ນ ຜັນຂະຫຍາຍບັນດາເນື້ອໃນເຊິ່ງສອງຝ່າຍໄດ້ຕົກລົງກັນຢ່າງມີປະສິດທິຜົນ, ແລກປ່ຽນບົດຮຽນ ກ່ຽວກັບວຽກງານກໍ່ສ້າງພັກ, ການສ້າງລະບົບການເມືອງ, ການຄຸ້ມຄອງເສດຖະກິດ-ສັງຄົມ,  ການເຊື່ອມໂຍງເຂົ້າກັບສາກົນ ແລະ ບັນດາມາດຕະການຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກ; ສຸມໃສ່ຊອກຫາບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ເພື່ອຍົກສູງປະສິດທິຜົນການຮ່ວມມືໃນດ້ານເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທໍາ, ການສຶກສາ - ບໍາລຸງສ້າງ, ວິທະຍາສາດ - ເຕັກນິກ.
        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖືວ່າ ກ່ຽວກັບສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງສັບສົນທີ່ສຸດ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ອັນໄດ້ສົ່ງຜົນກະທົບເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ, ດັ່ງນັ້ນ ສອງຝ່າຍຄວນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນການຄົ້ນຄວ້າຄາດຄະເນສະພາບການ.
 (ແຫຼ່ງຄັດຈາກ VOV)
 
 

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ພາຍຫຼັງທີ່ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ດຳເນີນໃນຕອນຄ່ຳວັນທີ 2 ກໍລະກົດ ໄດ້ປະກາດນັ້ນ, ປະຊາຄົມວິສາຫະກິດ ແລະ ວົງການນັກຊ່ຽວຊານໄດ້ຕັ້ງຄວາມຫວັງຕໍ່ບັນດາສັນຍານອັນຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

Top