• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຕ້ອນ​ຮັບ​ປະ​ທານ​ສະ​ພາ​ທຸ​ລະ​ກິດ EU-ASEAN

ຕອນບ່າຍວັນທີ 7 ຕຸລາ, ທີ່ຫໍສະພາແຫ່ງຊາດຫວຽດນາມ, ໂດຍກ່າວຄຳເຫັນທີ່ການຕ້ອນຮັບທ່ານ Donald Kanakປະທານສະພາທຸລະກິດ EU-ASEANແລະຄະນະປະຕິບັດງານພວມຢ້ຽມຢາມແລະເຮັດວຽກຢູ່ ສສ.ຫວຽດນາມ, ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດລົງທຶນໃນຫວຽດນາມ.

ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ Donald Kanakປະທານສະພາທຸລະກິດ EU-ASEAN (ພາບ: Quochoi.vn)

ຫວຽດນາມໄດ້ມີຫຼາຍນະໂຍບາຍທີ່ເປີດກວ້າງກວ່າອີກ, ເຊິ່ງສະແດງອອກໃນບັນດາເອກະສານທີ່ໄດ້ລົງນາມກັນຄືການປະຕິບັດສັນຍາການຄ້າເສລີ (FTA) 12 ສະບັບແລະພວມດຳເນີນການເຈລະຈາກັນກ່ຽວກັບສັນຍາການຄ້າເສລີອີກ 4 ສະບັບ. ທ່ານ ຮອງປະທານສະພາແຫ່ງຊາດຟຸ່ງກວ໊ກຫຽນໃຫ້ຮູ້ວ່າ: ສະພາແຫ່ງຊາດຫວຽດນາມມີຄວາມປາດຖະໜາຢາກໃຫ້ ສອງຝ່າຍສືບຕໍ່ຊຸກຍູ້ ສັນຍາສອງສະບັນນີ້ໃຫ້ໄດ້ຮັບການໃຫ້ສັດຕະຍາບັນແລະກ້າວເຂົ້າສູ່ການປະຕິບັດໂດຍໄວ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ສະພາທຸລະກິດ EU-ASEAN ໃຫ້ການສະໜັບສະໜູນແລະຊຸກຍູ້ເພື່ອໃຫ້ລັດຖະສະພາເອີລົບແລະສະມາຊິກລັດຖະສະພາເອີລົບໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA) ແລະສັນຍາອາລັກຂາການລົງທຶນ(EVIPA)ໂດຍໄວ.

ທ່ານ Donald Kanak ປະທານສະພາທຸລະກິດ EU-ASEANກໍ່ຢັ້ງຢືນວ່າ: ບັນດາວິສາຫະກິດEUພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍ ຫວຽດນາມໃນການປະຕິບັດເປັນໜ້າທີ່ເປັນປະທານກອງປະຊຸມ ASEANໃນປີ 2020 ໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top