ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ
ຕອນບ່າຍວັນທີ 10 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ຕ້ອນຮັບທ່ານ Christopher Landau, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ (AFF) 2026.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ສົມທົບກັນຢ່າງແໜ້ນແຟ້ນເພື່ອດຳເນີນການເຈລະຈາຂໍ້ຕົກລົງການຄ້າສົມທົບຍຸຕິທຳ, ຄວາມດຸ່ນດ່ຽງດ້ານຜົນປະໂຫຍດໃຫ້ສຳເລັດໂດຍໄວ; ເປີດກວ້າງການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ… ຮັບຮູ້ລະບຽບຂໍ້ກຳນົດເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ.
ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ Christopher Landau ຢືນຢັນວ່າ ອາເມລິກາ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ໃນຫຼາຍຂົງເຂດໃຫ້ເລິກເຊິ່ງກວ່າ, ຄື: ເສດຖະກິດ - ການຄ້າ, ພະລັງງານ, ຄວາມໝັ້ນຄົງ - ການປ້ອງກັນຊາດ ແລະ ວິທະຍາສາດ - ເຕັກໂນໂລຊີ. ທ່ານກໍ່ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າຂອງ ຫວຽດນາມ ທີ່ມີຕໍ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.






